ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະພັກ-ຄະນະບັນຊາກອງພົນທີ 2 ວາງພວງມາລາ ໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ

Jan 20, 2025

ເນື່ອງໃນໂອກາດທົ່ວພັກ ທົ່ວກອງທັບ ທົ່ວປວງຊົນລາວບັນດາເຜົ່າ ພວມສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ (20 ມັງກອນ ປີ 1949–20 ມັງກອນ 2025) ຄົບຮອບ 76 ປີ. ໃນວັນທີ 20 ມັງກອນ 2025 ນີ້, ຄະນະພັກ-ຄະນະບັນຊາກອງພົນທີ 2 ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍພະນັກງານຫລັກແຫລ່ງ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີກອງພົນທີ 2, ເປັນການສະແດງເຖິງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ເພື່ອໄວ້ອາໄລລະນຶກເຖິງດວງວິນຍານຂອງພະນັກງານ ສະມາຊິກພັກ ນັກຮົບ ທີ່ໄດ້ອຸທິຊີວິດເລືອດເນື້ອ ເພື່ອພາລະກິດຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຫລາຍສິບປີ ແລະ ພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດຈະເລີນຮຸ່ງເຮືອງ, ສັງຄົມສີວິໄລ, ປະຊາຊົນຢູ່ເຢັນເປັນສຸກ ແລະ ມີຊີວິດການເປັນຢູ່ອີ່ມນໍາສໍາລານ.
ໂດຍ: ຄໍາຮັກ ໄຊວັນທອນ