ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະພີ່ນ້ອງເຊື້ອຊາດລາວ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະພີ່້ນອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລຶກ ເຂົ້າຢ້ຽມຊົມເຂດເສດຖະກິດກວມລວມໄຊເສດຖາ ແລະ ສວນພຶກສາ

Nov 12, 2024

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2024, ຄະນະກຳມະ ການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດຮ່ວມກັບສູນກາງແນວລາວສ້າງຊາດ ໄດ້ນຳພາພີ່ນ້ອງເຊື້ອຊາດລາວທີ່ເດີນທາງມາຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລຶກຈຳນວນຫຼາຍກວ່າ 200 ກວ່າທ່ານ ເດີນທາງໄປຢ້ຽມຊົມເຂດເສດ ຖະກິດກວດລວມໄຊເສດຖາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເພື່ອຮັບຟັງການນຳສະເໜີກ່ຽວກັບຄວາມເປັນມາໃນການພັດທະນາເຂດເສດຖະກິດດັ່ງກ່າວດັ່ງກ່າວ.
ໃນໂອກາດນີ້, ພີ່ນ້ອງເຊື້ອຊາດລາວທີ່ເຂົ້າຮ່ວມຮັບຟັງ ກໍ່ໄດ້ໃຫ້ຄວາມສົນໃຈເປັນຢ່າງຍິ່ງ ແລະ ຕັ້ງຄຳຖາມຢ່າງກົງໄປກົງມາກ່ຽວກັບສະພາບການພັດທະນາ, ການລົງທຶນ, ແລະ ແນວທາງການຈັດການບໍລິຫານເຂດເສດຖະກິດດ່ງກ່າວໃນອະນາ ຄົດ, ຊຶ່ງຄະນະຮັບຜິດຊອບກໍ່ໄດ້ອະທິບາຍບັນດາຂໍ້ຂ້ອງໃຈຕ່າງໆໄດ້ຢ່າງຈະແຈ້ງ ເຮັດໃຫ້ພີ່ນ້ອງເຊື້ອຊາດລາວໄດ້ຮັບຊາບຢ່າງລະອຽດຈະແຈ້ງ. ພ້ອມນີ້, ໃນຕອນແລງກໍ່ໄດ້ນຳພາພີ່ນ້ອງເຊື້ອຊາດລາວທ່ຽວຊົມເມືອງວຽງຈັນໃນຍາມກາງຄືນ ແລະ ຢ້ຽມຊົມບາງສະ ຖານທີ່ສຳຄັນເຊັ່ນ: ຂຶ້ນຢ້ຽມຊົມໂຮງແຮມລາດຊະວົງ ເພື່ອຊົມທິວທັດອັນສວຍສົດງົດງານຂອງຕົວເມືອງວຽງຈັນ, ໄຫວ້ຮູບປັ້ນເຈົ້າອານຸວົງ, ແລະ ຢ້ຽມຊົມປະຕູໄຊ ແລະ ຮ່ວມງານລ້ຽງຕ້ອນ ຮັບເຊິ່ງຈັດໂດຍທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ.
ໃນວັນທີ 11 ພະຈິກ 2024, ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ສູນກາງແນວລາວສ້າງຊາດ ສືບຕໍ່ນຳພາພີ່ນ້ອງເຊື້ອຊາດລາວເຂົ້າຢ້ຽມຊົມສວນພຶກສາ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ເພື່ອຢ້ຽມຊົມພິພິທະ ພັນຊົນເຜົ່າ, ສວນພືດເປັນຢາ, ຊົມການສະແດງສິນລະບັນດາເຜົ່າ ແລະ ຮ່ວມພິທີບາສີສູ່ຂວັນຕ້ອນຮັບພີ່ນ້ອງເຊື້ອຊາດລາວທີ່ເດີນທາງມາຄັ້ງນີ້ຕາມແຜນການທີ່ວາງໄວ້.