ເມື່ອບໍ່ດົນມານີ້, ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳ, ປະທານກຳມາທິການຍຸຕິທຳ, ປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ປະເທດຍີ່ປຸ່ນ ຕາມການເຊີນຂອງປະທານສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ຂອງສະພາຜູ້ແທນລາດສະດອນ ແຫ່ງ ປະເທດຍີ່ປຸ່ນ.

ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ຂອງສະພາແຫ່ງຊາດລາວ ໄດ້ພົບປະເຮັດວຽກສອງຝ່າຍກັບ ທ່ານ ນາງ ຊິຈິຢະ ຊິນາໂກະ ປະທານ ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ຂອງສະພາຜູ້ແທນລາດສະດອນ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ. ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ຕີລາຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງຄະນະມິດຕະພາບ ໃນໄລຍະຜ່ານມາ, ເປິກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ນິກາງະ ຟູກູຊິໂລະ ປະທານສະພາຜູ້ແທນລາດສະດອນ ແຫ່ງປະເທດຍີ່ປຸ່ນ, ຢ້ຽມຊົມຫໍສະພາປະເທດຍີ່ປຸ່ນ, ພົບປະແລກປ່ຽນບົດຮຽນດ້ານການຕິດຕາມກວດກາວຽກງານຍຸຕິທຳຂອງສະພາຍີ່ປຸ່ນ, ການສ້າງ ແລະ ປັບປຸງກົດໝາຍຂອງປະເທດຍີ່ປຸ່ນ, ສອງຝ່າຍໄດ້ແລກປ່ຽນຄໍາເຫັນນໍາກັນຢ່າງກົງໄປກົງມາ. ຄະນະຜູ້ແທນລາວ ຍັງໄດ້ເຂົ້າຢ້ຽມຢາມທ່ານ ມາຍຢາຈິ ທາກຶມະ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ໄປທັດສະນະສຶກສາແລກປ່ຽນບົດຮຽນຢູ່ແຂວງໄຊຕະມະຕື່ມອີກ.

ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ຍັງໄດ້ສືບຕໍ່ເດີນທາງໄປທັດສະນະຢູ່ ເມືອງ ກຽວໂຕ ແລະ ໄປຢ້ຽມຊົມງານວາງສະແດງ OSAKA EXPO 2025. ການໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ຍີ່ປຸ່ນຂອງຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ສະພາແຫ່ງຊາດລາວໃນຄັ້ງນີ້, ເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ກໍຄື ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.



