ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ໂດຍ ແມ່ນທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ 6 ທ່ານ

Mar 23, 2026

ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ໂດຍ ແມ່ນທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ 6 ທ່ານ

ສະພາແຫ່ງຊາດ ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ, ການສະເໜີແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026, ເຊິ່ງກົງຈັກລັດຖະບານ ຊຸດທີ X ປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າ.
1. ກະຊວງປ້ອງກັນປະເທດ;
2. ກະຊວງປ້ອງກັນຄວາມສະຫງົບ;
3. ກະຊວງການຕ່າງປະເທດ;
4. ກະຊວງຍຸຕິທຳ;
5. ກະຊວງສາທາລະນະສຸກ;
6. ກະຊວງສຶກສາທິການ ແລະ ກິລາ;
7. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ
8. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
9. ກະຊວງການເງິນ;
10. ກະຊວງກະສິກຳ ແລະ ສິ່ງແວດລ້ອມ;
11. ກະຊວງອຸດສາຫະກຳ ແລະ ການຄ້າ;
12. ກະຊວງໂຍທາທິການ ແລະ ຂົນສົ່ງ;
13. ກະຊວງເຕັກໂນໂລຊີ ແລະ ການສື່ສານ;
14. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ;
15. ທະນາຄານແຫ່ງ ສປປ ລາວ.

ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ດັ່ງນີ້

1. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
2. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ
3. ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງຍຸຕິທຳ
4. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
5. ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ
6. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ
7. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ
8. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານ ແຫ່ງສປປລາວ
9.ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
10. ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ
11. ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ
12. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ
13. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
14. ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ
15. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
16. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ
17. ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ