ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະສະເພາະກິດຊຸກຍູ້ ແລະຈັດຕັ້ງປະຕິບັດມະຕິ 04 ຂອງກົມການສູນກາງພັກ ຂັ້ນແຂວງ ເຄື່ອນໄຫວເຮັດວຽກຢູ່ເມືອງວຽງຄໍາ.

Nov 22, 2024

ກອງປະຊຸມດັ່ງກ່າວໄດຈັດຂຶ້ນໃນຄັ້ງວັນທີ 21 ພະຈິກ 2024 ນີ້ ທີ່ຫ້ອງວ່າການເມືອງວຽງຄໍາ ໂດຍການເຂົ້າຮ່ວມ ຂອງທ່ານ ຊາຍພອນ ຈັນທຸມມາ ຫົວໜ້າຫ້ອງວ່າການແຂວງຫຼວງພະບາງ, ທ່ານທະລາກອນ ບໍລະວົງ ຮັກສາການເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງວຽງຄໍາ, ມີຄະນະສະເພາະກິດຂັ້ນແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ຕະຫຼອດຮອດຄະນະສະເພາະກິດຂັ້ນເມືອງເຂົ້າຮ່ວມ. ກອງປະຊຸມໄດ້ຟັງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງບັນດາພະແນກການຂອງແຂວງ; ແຜນຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງເມືອງວ່າ: ເມືອງວຽງຄໍາ ມີ 9 ກຸ່ມບ້ານ, 1 ບ້ານໃຫຍ່, ມີ 72 ບ້ານ, ມີ 5,476 ຄອບຄົວ, ພົນລະເມືອງ 32,774 ຄົນ, ຍິງ 15,880 ຄົນ; ຄາດຄະເນເສດຖະກິດຂອງເມືອງ ປີ 2024 ຂະຫຍາຍຕົວໃນລະດັບສະເລ່ຍ 5,43%, ສະເລ່ຍລາຍຮັບຕໍ່ຫົວຄົນ 30,848,000 ກີບ, ໂອກາດດຽວກັນ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ຈາກນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນທີ່ເປັນແນວທາງໃນການຈັດຕັ້ງຜັນຂະຫຍາຍມະຕິ 04, ມະຕິ 19 ຂອງກົມການເມືອງສູນກາງພັກ, ມະຕິ 05 ຂອງລັດຖະບານ, ສອງວາລະແຫ່ງຊາດ ແລະວຽກຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄືຂອງແຂວງ ແລະ ຂອງເມືອງ ໃຫ້ໄດ້ຮັບຜົນດີ. ຕອນທ້າຍ ຄະນະປະທານ ໄດ້ມີຄໍາເຫັນຊີ້ນໍາ ຕໍຄະນະສະເພາະກິດ ຂັ້ນເມືອງ ຕ້ອງສືບຕໍແບ່ງວຽກ, ມອບຄວາມຮັບຜິດຊອບ ຕາມໂຄງການດຳເນີນງານ, ພ້ອມກັນເຜີຍແຜ່ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ (ບັນຫາເສດຖະກິດ-ການເງິນ), ສົ່ງເສີມການຜະລິດເປັນສິນຄ້າ ໃຫ້ກ້າວໄປສູ່ເສດຖະກິດເອກະລາດ ແລະກຸ້ມຕົນເອງຢ່າງແຂງແຮງ ຄຽງຄູ່ກັບການແກ້ໄຂ, ຕ້ານ ແລະ ສະກັດບັນຫາຢາເສດຕິດຕື່ມອີກ.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄຳ