ຄະນະສະເພາະກິດໄພພິບັດຂັ້ນແຂວງ ໄດ້ຫາລືແກ້ໄຂສະຖານະ ການໄພນໍ້າຖ້ວມ ໃນວັນທີ 11 ກັນຍາ 2024 ທີ່ຫ້ອງວ່າການແຂວງຫລວງນໍ້າທາ ໂດຍການເປັນປະທານ ຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫລວງນໍ້າທາ, ມີບັນດາການນໍາຂອງແຂວງ ແລະ ຄະນະສະເພາະກິດໄພພິບັດຂັ້ນແຂວງເຂົ້າຮ່ວມ.
ທ່ານ ຈັນທອງ ແກ້ວປະເສີດ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ປະຈໍາການໄດ້ລາຍງານກ່ຽວກັບສະພາບໄພພິບັດນໍ້າຖ້ວມຢູ່ເຂດເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ຊຶ່ງລວມມີ 33 ບ້ານ, ເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບແຕ່ລະຈຸດໄດ້ສຸມກຳລັງລົງຊ່ວຍເອົາຜູ້ທີ່ຕິດຄ້າງຢູ່ໃນເຮືອນພາຍໃນບ້ານທີ່ຖືກນໍ້າຖ້ວມໜັກ ໂດຍມີ: ບ້ານ ໂພນໄຊ, ທົ່ງໄຈ້ເໜືອ, ທົ່ງໄຈ້ໃຕ້, ປ່າປົວະ, ບ້ານດອນສໍາ, ໜອງບົວວຽງ, ຫົວຂົວ, ທົ່ງອົ້ມ, ວຽງເໜືອ, ວຽງໃຕ້, ບ້ານຫລວງ, ບ້ານຂອນ, ດອນຄູນ, ທ່າອໍ້, ນໍ້າທຸງ, ຫ້ວຍຂີງ, ບ້ານປຸ່ງ, ປ່າສັກ, ບ້ານໃໝ່ ແລະ ບ້ານນາລື ທີ່ຖືກນໍ້າຖ້ວມ ຊຶ່ງເສຍຫາຍຫລາຍສົມຄວນ. ປັດຈຸບັນ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນຄວາມເສຍຫາຍ ເນື່ອງຈາກນໍ້າຍັງບໍ່ທັນບົກແຫ້ງ ແລະ ມີຫລາຍບ້ານທີ່ນໍ້າຍັງຖ້ວມຂັັງຢູ່.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ປືກສາຫາລື ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະຈຸດ ເພື່ອຕິດຕາມລະດັບນໍ້າ, ໃຫ້ການຊ່ວຍເຫລືອ ແລະ ນໍາເອົາເຄື່ອງບັນເທົາທຸກລົງຊ່ວຍ ເຫລືອ ພ້ອມທັງເກັບກໍາຂໍ້ມູນຄວາມເສຍຫາຍຈາກໄພນໍ້າຖ້ວມໃນຄັ້ງນີ້ໃຫ້ລະອຽດ ພ້ອມນີ້, ຍັງໄດ້ວາງແຜນໄວ້ພາຍຫລັງນໍ້າແຫ້ງລົງແລ້ວໃນການຟື້ນນຟູຂອບເຂດທີ່ຖືກນໍ້າຖ້ວມໃຫ້ເຂົ້າສູ່ສະພາບເດີມໂດຍໄວ.
ຂ່າວ: ອຸ້ມ




