ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະສະເພາະກິດ ຂັ້ນສູນກາງ ຕິດຕາມການລັກລອບຂຸດຄົ້ນແຮ່ທາດ ຢູ່ເມືອງສັງທອງ

Oct 13, 2026

ເພື່ອເພີ່ມທະວີການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ, ກວດກາ ແລະ ແກ້ໄຂບັນຫາການພັດທະນາແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ໃຫ້ດໍາເນີນຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ, ຄະນະສະເພາະກິດ ຂັ້ນສູນກາງ ຕາມຂໍ້ຕົກລົງ ສະບັບເລກທີ 78/ນຍ, ລົງວັນທີ 14 ກໍລະກົດ 2026 ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາສະກັດກັ້ນ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ຄຳ) ຕາມຄຳສັ່ງ ສະບັບເລກທີ 06/ນຍ, ສະບັບເລກທີ 46/ນຍ ແລະ ສະບັບເລກທີ 11/ຄລພສ ຢູ່ເຂດບ້ານຊໍ້ ແລະ ບ້ານວັງມ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ, ຊຶ່ງໄດ້ລົງແກ້ໄຂ 2 ຄັ້ງ ຄື: ລະຫວ່າງ ວັນທີ 23-26 ກັນຍາ 2026 ແລະ ລະຫວ່າງວັນທີ 9-11 ຕຸລາ 2026.

ຜ່ານການລົງກວດກາຕົວຈິງ ແລະ ເກັບກໍາຂໍ້ມູນເບື້ອງຕົ້ນ 2 ຄັ້ງ ຈໍານວນ 10 ຈຸດ ຢູ່ເຂດບ້ານຊໍ້, ເມືອງສັງທອງ, ນະຄອນຫຼວງວຽງຈັນ ສາມາດຢຶດລົດຈົກໄດ້ 23 ຄັນ, ຕະແກງຮ່ອນຄໍາ 7 ອັນ, ຈັກປັ່ນໄຟຟ້າໃຫຍ່ 1 ເຄື່ອງ ແລະ ຂະໜາດນ້ອຍ 2 ເຄື່ອງ, ລົດກະບະ ຍີ່ຫໍ້ Ford ຈໍານວນ 1 ຄັນ ແລະ ລົດຊິ້ງ ຈໍານວນ 1 ຄັນ, ຕູ້ຄອນເທນເນີ້ ພ້ອມແອ ຈໍານວນ 3 ຕູ້ ແລະ ຜ້າພົມສະກັດແຮ່ຄໍາ 127 ຜືນ. ສໍາລັບເຂດບ້ານວັງມ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ຄະນະສະເພາະກິດ ໄດ້ພົບເຫັນມີຮ່ອງຮອຍການລັກລອບຂຸດຄົ້ນ 2 ຈຸດ ໃກ້ກັບເຂດທ່ອງທ່ຽວນໍ້າຕົກຕາດວັງມ້າ, ພົບເຫັນກົນຈັກອຸປະກອນຂຸດຄົ້ນຄົບຊຸດ ຈໍານວນໜຶ່ງ. ປັດຈຸບັນ ຄະນະສະເພາະກິດ ກໍາລັງຕິດຕາມສືບສວນ-ສອບສວນ ຊອກຫາຜູ້ກະທໍາຜິດ ແລະ ຜູ້ໃຫ້ການຮ່ວມມື ເພື່ອນໍາມາດໍາເນີນມາດຕະການ ຢ່າງເຂັ້ມງວດ.