ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ( ຖວທ ນວ )ໄດ້ກະກຽມການສະແດງສິລະປະ ເພື່ອເດີນທາງຮ່ວມໄປສະແດງ ຕາມການຊີ້ນຳ ຂອງ ອົງການປົກຄອງ ນວ ເພື່ອໄປແລກປ່ຽນສິລະປະວັດທະນາທຳ ໃນງານວັນວຽງຈັນ ຢູ່ທີ່ນະຄອນມົດສະກູ-ນະຄອນເຊັນປີເຕີສະເບີກ ສ ລັດເຊຍ ໃນລະຫວ່າງທ້າຍເດືອນກຸມພາ-ຕົ້ນເດືອນມີນາ 2025 ທີ່ຈະມາເຖິງນີ້ ທັງເປັນການສ້າງຂະບວນການຊົມເຊີຍຜົນງານຮອບດ້ານ ຕິດພັນກັບການສະຫຼອງ 3 ວັນປະຫວັດສາດທີ່ສຳຄັນຂອງພັກຂອງຊາດ ເຊິ່ງມາຮອດປະຈຸບັນການກະກຽມການສະແດງສິລະປະແມ່ນມີຄວາມພ້ອມຮອບດ້ານ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ໄດ້ໃຫ້ສຳພາດໃນວັນທີ 21 ກຸມພາ 2025 ວ່າ: ລາຍການສິລະປະວັດທະນະ ທຳທີ່ທາງພະແນກ ຖວທ ນວກະກຽມເພື່ອນຳໄປສະແດງມີທັງໝົດ13 ລາຍການ ເຊິ່ງຈະສ່ອງແສງໃຫ້ເຫັນບັນດາເນື້ອໃນກ່ຽວກັບວິຖີ ການດຳລົງຊີວິດ ມູນເຊື້ອວັດທະນະທຳອັນດີງາມຂອງຊາວນະຄອນຫຼວງວຽງຈັນ ກໍຄື ຊາດລາວ ເປັນຕົ້ນ ແມ່ນບົດເພງ ບຸນຄຸນພັກ ບົດເພງວຽງຈັນມາກຫົວໃຈ ບົດເພງເຜົ່າລາວເອີຍ ແລະ ບັນດາບົດຟ້ອນຕ່າງໆເຊັ່ນ ບົດຟ້ອນລາຍນາກເຊິ່ງເປັນມໍລະດົກທາງດ້ານວັດທະນະທຳນາມມະທຳ ການສະແດງຟ້ອນເພງດວງຈຳປາເມືອງລາວ ບົດຂັບລຳ ຂັບຮ້ອງຕ່າງໆ ເຊັ່ນ ຂັບທຸ່ມຫຼວງພະບາງ ແລະ ບົດເພງອື່ນໆ ປະສົມປະສານກັບການ ສະແດງສິລະປະວັດທະນະທຳຂອງນະຄອນຫຼວງມົດສະກູ ກໍຄື ນະຄອນຫຼວງເຊັນປີເຕີສະເບີກ ເຊິ່ງການສະແດງ ກໍຄື ສິລະປະໃນຄັ້ງນີ້ຈະເປີດການເປີດກວ້າງການພົວພັນຮ່ວມມືມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍເຊິ່ງເປັນການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານເພື່ອຮັດແໜ້ນຄວາມສາມັກຄີການພົວພັນຮ່ວມມືຮອບດ້ານ ໃຫ້ແກ່ສອງຊາດຂອງພວກເຮົາ.
ທີ່ມາ:ວຽງຈັນໃໝ່






