ຄະນະຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນລາວ ຢ້ຽມ ຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການ ເຄື່ອນໄຫວວຽກ ງານສື່ມວນຊົນ ຢູ່ໜັງສືພິມ ແລະ ພະແນກຖະແຫລງຂ່າວ-ການສື່ສານ ແຂວງແທັງຮວ່າ ໃນລະຫວ່າງວັນທີ 8-9 ຕຸລາ 2024, ຊຶ່ງນຳພາຄະນະໂດຍ ທ່ານ ນາງ ດິງ ທິ ທູ ຮັ່ງ ຮອງຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ໂດຍການຕ້ອນຮັບຂອງທ່ານ ລີ ວັນ ນາມ ຮອງຫົວໜ້າພະແນກຖະແຫລງຂ່າວ ແລະ ການສື່ສານແຂວງແທັງຮວ່າ, ທ່ານ ຮ່ວງແອງຕ໋ວນ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມ ແທັງຮວ່າ ພ້ອມດ້ວຍຄະນະ.
ການແລກປ່ຽນບົດຮຽນ ແລະ ປະສົບການໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງສະພາບລວມຂອງໜ້າທີ່ວຽກງານ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຖະແຫລງຂ່າວ-ການສື່ ສານ ແລະ ໜັງສືພິມ ແທັງຮວ່າ ໂດຍສະເພາະ ການຫັນເປັນທັນ ສະໄໝໃນຂະແໜງສື່ມວນຊົນ ເປັນຕົ້ນ ພື້ນຖານໂຄງລ່າງໃນຂົງ ເຂດສື່ມວນຊົນ ທີ່ໄດ້ຮັບການປັບປຸງ ຈາກໜັງສືພິມ, ວາລະສານ, ວິທະຍຸ ແລະ ໂທລະພາບ ແບບເກົ່າໄປສູ່ລະບົບດີຈິຕອນ ໂດຍຜ່ານພາຫະນະສື່ທີ່ຫລາກຫລາຍຮູບແບບ ເຊັ່ນ: ເວັບໄຊ້, ເຟສບຸກ, ຕິກຕອກ ແລະ ຢູທູບ. ພ້ອມທັງ ຂໍ້ສະດວກ ແລະ ສິ່ງທ້າ ທາຍ ໃນການຫັນເປັນດີຈິຕອນ, ການເຄື່ອນໄຫວຕໍ່ສູ້ ແລະ ຕ້ານຂໍ້ມູນຂ່າວໃນທາງລົບ ແລະ ການຕອບໂຕ້ຂ່າວທີ່ບິດເບືອນຂອງກຳລັງອິດທິປໍລະປັກ.
ທ່ານ ຮ່ວງແອງຕ໋ວນ ໄດ້ກ່າວວ່າ: ໃນຊຸມປີມໍ່ໆມານີ້, ໜັງສື ພິມແທັງຮວ່າ ໄດ້ປັບປຸງໂຄງປະກອບການຈັດຕັ້ງຄືນໃໝ່ ເພື່ອດຳເນີນການຫັນເປັນທັນສະໄໝ ລວມທັງບັນດາຮູບແບບບັນນາ ທິການ ໂດຍສະເພາະ ໜັງສືພິມ ທີ່ພິມຈຳໜ່າຍເປັນເຈ້ຍ ແລະ ໜັງສືພິມເອເລັກໂຕຣນິກ ໂດຍໝູນໃຊ້ທ່າແຮງຂອງໜັງສືພິມທຸກປະເພດ ຢ່າງຮອບດ້ານ. ປັດຈຸບັນ ໜັງສືພິມແທັງຮວ່າ ພິມ 10 ພັນກວ່າສະບັບຕໍ່ມື້, ມີ 5 ຊະນິດພິມຈຳໜ່າຍ, ໃນນີ້ມີຊະນິດພິມຈຳໜ່າຍ ທີ່ເປັນເຈ້ຍ ແລະ ໜັງສືພິມແບບເອເລັກໂຕຣນິກ ຊຶ່ງມີລາຍວັນ, ລາຍເດືອນ ແລະ ລາຍສັບປະດາ ໂດຍໂຄສະນາຜ່ານຊ່ອງທາງສື່ອອນລາຍ ເປັນຕົ້ນ ເຟສບຸກ, ຊາໂລ, ຢູທູບ ແລະ ຕິກຕອກ. ສຳລັບໜັງສືພິມເອເລັກໂຕຣນິກ ແທັງຮວ່າ ມີຈຳນວນຜູ້ເຂົ້າອ່ານ ແລະ ໃຫ້ຄວາມສົນໃຈຫລາຍທີ່ສຸດ ໂດຍສະເພາະແມ່ນໄວໜຸ່ມ.
ໂອກາດນີ້, ທ່ານ ໂອລຳ ຈັນທະວີໄລຫົວໜ້າຄະນະສື່ມວນຊົນລາວ ໄດ້ຕາງໜ້າກ່າວສະແດງຄວາມຂອບໃຈມາຍັງຄະນະນຳ ພະ ແນກຖະແຫລງຂ່າວ ແລະ ການສື່ສານ ແລະ ໜັງສືພິມແທັງຮວ່າ ທີ່ໃຫ້ການຕ້ອນຮັບ ຄະນະໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນເຖິງ ການພົວພັນຮ່ວມມືໃນດ້ານຕ່າງໆໂດຍສະເພາະໃນຂົງເຂດສື່ ມວນຊົນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ການພັດທະນາເສດຖະກິດສັງຄົມຂອງປະເທດ ລະຫວ່າງລາວ-ຫວຽດນາມ ກໍຄືແຂວງແທັງຮວ່າ ແລະ ແຂວງຫົວພັນ ໃນໄລຍະຜ່ານມາ, ຊຶ່ງການຢ້ຽມຢາມໃນຄັ້ງນີ້ ກໍເພື່ອແລກປ່ຽນປະສົບການດ້ານການໂຄສະນາເຜີຍແຜ່ຂອງວຽກງານສື່ມວນຊົນ ໂດຍສະເພາະດ້ານການປະດິດສ້າງທາງດ້ານເຕັກໂນ ໂລຊີ ແລະ ການຫັນເປັນທັນສະໄໝ ຢູ່ແຂວງແທັງຮວ່າ.
ຂ່າວ: ມະນີທອນ






