ວັນທີ 1 ຕຸລາ 2024, ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ສະຫາຍ ພັນເອກ ພິເສດ ຫຼີປິງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ເນື່ອງໃນວັນສະຖາປະນາ ສປ ຈີນ ຄົບຮອບ 75 ປີ.
ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ຕາງໜ້າໃຫ້ພະນັກ ງານ-ນັກຮົບ ທົ່ວໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ນໍາເອົາຄວາມຢ້ຽມ ຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດມາຍັງ ສະຫາຍທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສປ ຈີນ ປະຈໍາລາວ ແລະ ຝາກຄວາມຢື້ຢາມ ຖາມ-ຂ່າວ ໄປຍັງພັກ-ລັດ ແລະ ກະຊວງປ້ອງກັນປະເທດ ສປ ຈີນ, ໂດຍສະເພາະ ທີ່ປືກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າ ທີ່ວຽກງານອັນມີກຽດຂອງບັນດາສະຫາຍ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີປອງດອງອັນດີງາມຂອງສອງພັກ, ສອງລັດ, ສອງກອງທັບລາວ-ຈີນ ໃຫ້ແໜ້ນແຟ້ນຍິງຂຶ້ນກໍ່ຄືສາຍພົວ ພັນຮ່ວມມືລະຫວ່າງ ສອງຊາດ ສອງກອງທັບໃຫ້ໝັ້ນຄົງທະນົງແກ່ນ.
ພ້ອມທັງໄດ້ສະແດງຄວາມຮູ້ບຸນຄຸນແກ່ສະຫາຍ ຫຼີປິງ ທີ່ໄດ້ເອົາໃຈໃສ່ຊຸກຍູ້ໂຮງ ໝໍໃຫ້ມີຄວາມກ້າວໜ້າ, ເຕີບໃຫຍ່ເຂັ້ມແຂງດ້ານວິຊາການ ແລະ ດ້ານບຸກຄະລາກອນແພດໝໍຕ່າງໆໃນໄລຍະຜ່ານມາຈົນເຖິງປັດຈຸບັນເຮັດໃຫ້ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຮັບຄວາມເຊື່ອໝັ້ນຈາກພໍ່ແມ່ປະຊາຊົນຜູ້ບາດເຈັບ ແລະ ເຈັບປ່ວຍ.
ສະຫາຍ ພັນເອກ ພິເສດ ຫຼີປີງ ໄດ້ສະແດງ ຄວາມຂອບໃຈຕໍ່ຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເຊິ່ງຍາມໃດກໍ່ໃຫ້ຄວາມຫ່ວງໃຍຢື້ຢາມຖາມ-ຂ່າວ ທັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ອັນເລິກເຊິ່ງທີດີຕໍ່ກັນ ແລະ ຮ່ວມມືກັນລະຫວ່າງສອງຊາດ, ສອງກອງທັບໃຫ້ນັບເຕີບໃຫຍ່ຂະຫຍາຍຕົວຮ່ວມກັນຍິ່ງໆຂຶ້ນ.
ຂ່າວ: ໂຊກທະວີ ແກ້ວບຸດຕະລາດ





