ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຮັບຜິດຊອບສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຫາລືຫລາຍບັນຫາສຳຄັນ

May 3, 2024

ກອງປະຊຸມຄະນະຮັບຜິດຊອບສະຫລຸບ 40 ປີ ແຫ່ງການ ປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ຈັດຂຶ້ນວັນທີ 3 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ເພື່ອປະຕິບັດຕາມທິດຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ, ການກະກຽມສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນ ຕະຫລອດໄລຍະແຫ່ງການຈັດຕັ້ງນຳພາຂອງພັກ ໃນພາລະກິດແຫ່ງການປ່ຽນແປງໃໝ່ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງບັນດາຜົນງານແຫ່ງການຈັດຕັ້ງນຳພາພາລະກິດປ່ຽນແປງໃໝ່ ໄດ້ສ່ອງແສງໃຫ້ເຫັນເຖິງໝາກຜົນແຫ່ງໄຊຊະນະ ຂອງການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດ ຂອງພັກເຮົາຕະຫລອດໄລຍະ 40 ປີ(1986-2026).
ທັງນີ້ ເພື່ອເປັນການກະກຽມ ໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ພັກເຮົາຈຶ່ງຕັ້ງບັນຫາກ່ຽວກັບການສະຫລຸບ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກ ເພື່ອຍົກໃຫ້ເຫັນສະພາບແວດລ້ອມແຫ່ງການກຳເນີດແນວ ທາງປ່ຽນແປງໃໝ່ ຂອງພັກເຮົາ ແລະ ການສະຫລຸບຕີລາຄາໝາກຜົນດັ່ງກ່າວ ຢ່າງຖືກຕ້ອງ, ພາວະວິໄສ, ການຖອດຖອນບົດຮຽນຈາກພາຍໃນ ແລະ ບົດຮຽນ ຂອງບັນດາປະເທດເພື່ອນມິດຍຸດທະສາດ. ພ້ອມກັນນັ້ນ, ກໍກຳນົດອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການກຳນົດທິດທາງ, ວິທີການ ແນໃສ່ສືບຕໍ່ເຮັດໃຫ້ການປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກໃຫ້ປາກົດຜົນເປັນຈິງ ແລະ ສອດຄ່ອງກັບສະພາບການຫັນປ່ຽນໃໝ່ຂອງພາກພື້ນ ແລະ ສາກົນ. ກອງປະຊຸມໃນຄັ້ງນີ້, ຄະນະຮັບຜິດຊອບ ຍັງໄດ້ພ້ອມກັນ ປະກອບຄຳຄິດເຫັນໃສ່ໂຄງຮ່າງສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ ທີ່ຄະນະຮັບຜິດຊອບໄດ້ກະກຽມ ເພື່ອສ້າງຄວາມເປັນເອກະພາບ ແລະ ເພື່ອສະເໜີກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ທີ່ຈະເປີດຂຶ້ນໃນມໍ່ໆນີ້ ພິຈາລະນາ-ຮັບຮອງ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ຍັງຮຽກຮ້ອງມາຍັງ ຄະນະຮັບຜິດຊອບ ຈົ່ງໄດ້ສຸມສະຕິປັນຍາ ປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ແລະ ມີລັກສະນະວິທະຍາສາດ ເພື່ອໃຫ້ອະນຸກຳມະການດ້ານເນື້ອໃນ ໄດ້ນຳໄປປັບປຸງໃຫ້ສົມບູນ.
ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບສະຫລຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ, ຜ່ານຮ່າງສະຫລຸບ 40 ປີປຽ່ນແປງໃໜ່ ແຜນດໍາເນີນງານວຽກງານສະຫລຸບ 40 ປີປຽ່ນແປງໃໜ່ ຕື່ມອິກ.
ຂ່າວ: ກິດຕາ ພາບ: ເກດສະໜາ
May be an image of 6 people and table