ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະເລຂາທິການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ມອບອຸປະກອນສຶກສາ ແລະ ອຸປະກອນກໍ່ສ້າງໂຮງຮຽນ ໃຫ້ 02 ບ້ານ ຂອງເມືອງຈຳພອນ

Jul 28, 2025

ໃນວັນທີ 25 ກໍລະກົດ 2025 ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການຊັ້ນ2 ຂອງເມືອງຈຳພອນ ແຂວງສະຫວັນນະເຂດ, ທາງຄະນະການນຳເມືອງຈຳພອນ, ຄະນະເລຂາຊາວໜຸ່ມ ໄດ້ຕ້ອນຮັບຄະນະເລຂາທິການສູນກາງຊາວໝຸ່ມ ປປ ລາວ, ນຳໂດຍ ທ່ານ ນາງ ແກ້ວອຸດອນ ແສງມະນີວົງ ຄະນະເລຂາທິການ ຫົວໜ້າຫ້ອງການ ສູນກາງຊາວໜຸ່ມ ປປ ລາວ, ທ່ານ ນາງ ບັງອອນ ພິມມະສານ ກຳມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມຄະນະຊາວໜຸ່ມພະແນກການອ້ອມຂ້າງແຂວງ, ເຊິ່ງເປັນຕົວແທນຊາວໜຸ່ມລາວ ເດີນທະເລ ອາຊຽນ-ຍີ່ປຸ່ນ ປີ 2000-2025, ເຊິ່ງໃນການລົງມາໃນຄັ້ງນີ້ ແມ່ນໄດ້ລົງມອບອຸປະກອນການສຶກສາ, ເຄື່ອງນຸ່ງຫົ່ມ, ອຸປະກອນກິລາ ແລະ ອຸປະກອນການກໍ່ສ້າງປັບປຸງ ໂຮງຮຽນ ປະຖົມ 02 ບ້ານຂອງເມືອງຈຳພອນ ຄື: ໂຮງຮຽນ ບ້ານ ຫ້ວຍໝາກເຍົາ ແລະ ໂຮງຮຽນ ຄຳຜັກຫວານ, ແມ່ນເປັນໂຮງຮຽນທີ່ຫ່າງໄກສອກຫຼີກ ທີ່ຂາດແຄນທາງດ້ານ ອຸປະກອນການຮຽນ ແລະ ການກໍ່ສ້າງໂຮງຮຽນບໍ່ທັນສຳເລັດ, ສະນັ້ນ ທາງສູນກາງຊາວໜຸ່ມ ຈຶ່ງໄດ້ລົງມອບອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ, ອຸປະກອນກິລາຄົບຊຸດ, ອຸປະກອນທາສີໂບກໂຮງຮຽນທັງ 02 ຫຼັງ ເຊິ່ງມູນຄ່າທັງໝົດໃນການຊ່ວຍເຫຼືອໃນຄັ້ງນີ້ ແມ່ນ 40,085,000 ກີບ, (ສີ່ສີບລ້ານແປດສິບຫ້າພັນກີບ) ເປັນກຽດຮັບໂດຍ ທ່ານ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ.
May be an image of 8 people and text