ວັນທີ 14 ທັນວາ 2024 ຄະນະກອງແກວົງກອງພັນໃຫຍ່ 279 ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ເຊິ່ງນຳໂດຍສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ ເສນາທິການ ກອງທັບປະຊາຊົນລາວ ຫົວໜ້າຄະນະ, ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມງານພົບປະ ແລກປ່ຽນສະແດງແກວົງກອງທັບ ຢູ່ ສສ ຫວຽດນາມ. ເຊິ່ງລວມມີ 6 ປະເທດ ຄື: ກອງ ແກວົງຂອງ ກອງທັບປົດປ່ອຍປະຊາຊົນສປ ຈີນ, ກອງທັບປະ ຊາຊົນຫວຽດນາມ, ກອງທັບຣາຊະອານາຈັກກຳປູເຈຍ, ກອງທັບ ສ.ມຽນມ້າ, ກອງທັບມາເລເຊຍ ແລະ ກອງທັບປະຊາຊົນລາວ.
ຈຸດປະສົງ ແມ່ນການພົບປະແລກປ່ຽນກອງແກວົງຂອງບັນດາປະເທດ ເປັນຂະບວນການ ໜຶ່ງປະກອບສ່ວນ ເນື່ອງໃນໂອກາດການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ຄົບຮອບ 80 ປີ ( 22 ທັນວາ 1944 – 22 ທັນວາ 2024 ) ແລະ ວັນບຸນ ປ້ອງກັນຊາດທົ່ວປວງຊົນ ຫວຽດນາມ ຄົບຮອບ 35 ປີ ຂອງ ສສ ຫວຽດນາມ. ພາຍໃຕ້ຫົວຂໍ້ “ ເຊື່ອມໂຍງດົນຕີມິດຕະພາບ ”.
ຄະນະກອງແກວົງກອງທັບປະຊາຊົນລາວ ເດີນທາງໄປເຂົ້າຮ່ວມງານພົບປະແລກປ່ຽນແກວົງກອງ ທັບຢູ່ ສສ ຫວຽດ ນາມ ໃນຄັ້ງນີ້ລວມທັງໝົດມີ 38 ສະຫາຍ, ເຊິ່ງໄດ້ຮັບການ ຕ້ອນຮັບ ຢ່າງອົບອຸ່ນຈາກ ສະຫາຍ ພົນຕີ ຖາຍ ວັນ ມິ່ງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດ ນາມ ພ້ອມຄະນະ.
ພິທີເປິດງານພົບປະແລກປ່ຽນແກວົງປີ 2024 ໂດຍແມ່ນ ພົ.ທ ຫງຽນວັນເຫງຍ ຮອງຫົວໜ້າກົມ ໃຫຍ່ເສນາທິການ ກອງ ທັບປະຊາຊົນລຫວຽດນາມ ໃຫ້ກຽດເປັນປະທານ. ມີບັນດາກອງ ແກວົງກອງທັບ 6 ປະເທດເຂົ້າຮ່ວມ. ໃນການເດີນທາງໄປພົບປະແລກປ່ຽນໃນຄັ້ງນີ້ ຄະນະແກວົງຂອງກອງທັບປະຊາຊົນ ລາວ ຈະໄດ້ສະແດງຢູ່ 4 ຈຸດໃຫຍ່ຄື: ພິທີເປີດກຳແພງຮ່ວງແທ່ງທັງລອງ ຮ່າໂນ້ຍ, ສະໜາມບິນຢາເລີ່ມ ເຊິ່ງແມ່ນບ່ອນ ຈັດງານວາງສະແດງເຄື່ອງອຸດສາຫະກຳປ້ອງກັນຊາດ ປີ 2024, ໜອງໂຮ່ຮ່ວນກຽມ ໃຈກາງນະຄອນຫຼວງ ຮ່າໂນ້ຍ ແລະ ພິທີປິດງານແລກ ປ່ຽນແກວົງກອງທັບ ປີ 2024 ຢູ່ຫໍພິພິດທະພັນ ປະຫວັດສາດການທະ ຫານຫວຽດນາມ. ເຊິ່ງລາຍການສະແດງຂອງຄະນະ ແກວົງກອງທັບປະຊາຊົນລາວ ລວມມີ 5 ລາຍການ ຄື:
ເສບເພງຮັກເມືອງລາວພ້ອມສະແດງສະຫຼັບຮູບແຖວ,
ເສບເພງຮັບປິຕິພູມພ້ອມສະແດງສະຫຼັບຮູບແຖວ,
ເສບເພງຍິງລາວຍຸກໃໝ່ພ້ອມຈັງຫວະເຕັ້ນບັດສະລົບລາວ.
ເສບເພງ ຢືກໍບັກໂຮ່ ຈ່ອງໄຫງວຸ່ຍດ້າຍຖັງ ( Như Có Bác Hồ Trong Ngày Vui Đại Thắng )
ເສບປະສານລວມ ເຈົ້າພາບ ແລະ ແກວົງຂອງກອງທັບບັນດາປະເທດເຂົ້າຮ່ວມ.
ການເດີນທາງໄປເຂົ້າຮ່ວມງານພົບປະແລກປ່ຽນແກວົງກອງທັບໃນຄັ້ງນີ້, ກໍເປັນຄັ້ງທຳອິດທີ່ ກອງແກວົງ ຂອງກອງທັບປະຊາຊົນລາວ ໄດ້ເດີນທາງໄປຮ່ວມພົບປະກອງແກວົງ ຂອງບັນດາ ກອງ ທັບ ແຕ່ລະປະເທດ ແມ່ນໂອກາດໜຶ່ງທີ່ດີທີ່ສຸດ ເຊິ່ງໄດ້ສະແດງໃຫ້ບັນດາກອງແກວົງບັນດາ ປະເທດ ເຫັນໄດ້ສີສັນ; ເອກະລັກ; ຄວາມສາມາດ, ລັກສະນະການປະກອບ ກອງ ແກວົງຂອງ ກອງທັບປະຊາຊົນລາວ, ພ້ອມນັ້ນຍັງ ໄດ້ເກັບກຳເອົາບົດຮຽນຄວາມຮູ້, ເພື່ອຈະນຳເອົາກັບມາພັດ ທະນາກອງແກວົງ ກອງທັບປະຊາຊົນລາວ ໃຫ້ ມີຄວາມເຂັ້ມແຂງຈົບງາມໂດດເດັ່ນ ທຽມທັນກັບ ສາກົນ ແລະ ພາກພື້ນ. ແລະ ກໍເປັນໂອກາດດີອັນໜຶ່ງ ທີ່ກອງແກວົງກອງທັບປະຊາຊົນລາວ ໄດ້ຮັບການເຊື້ອເຊີນເຂົ້າ ຮ່ວມການສະແດງຢູ່ຕ່າງປະເທດ, ໂດຍສະເພາະແມ່ນ ໃນງານບຸນວັນ ປະຫວັດສາດ ຂອງກອງທັບປະຊາຊົນຫວຽດນາມ.
ຂ່າວ: ວິທະຍຸກອງທັບ







