ຄະນະໂຄສະນະອົບຮົມສູນກາງພັກ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ.
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນແນໃສ່ ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ແກ່ພະນັກງານໃນການນໍາໃຊ້ລະບົບທັນສະໄໝຂອງພາກລັດ ໝູນໃຊ້ເຂົ້າໃນວຽກງານໄລຍະໃໝ່ໃຫ້ມີປະສິດທິພາບ ແລະ ປະສິທິຜົນສູງ, ເພີ່ມທັກສະການນຳໃຊ້ເຄື່ອງມືດີຈີຕອນ ສ້າງແພລັດຟອມຕ່າງໆເຂົ້າໃນການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃນການນຳໃຊ້ລະບົບດີຈີຕອນ ການຈັດການຂໍ້ມູນ, ການສື່ສານນຳໃຊ້ໃນວຽກງານຕົວຈິງໃຫ້ທັນກັບສະພາບການຂອງວຽກງານໃນແຕ່ລະໄລຍະ ຊຶ່ງຈະໄດ້ຝຶກທັງໝົດ 7 ຫົວຂໍ້ ແລະ ຝຶກອົບຮົມເປັນເວລາ 3 ວັນ.
ທ່ານ ນາງ ວິລະວອນ ພັນທະວົງ ໄດ້ກ່າວຂອບໃຈຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ວິທະຍາກອນຂອງຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເສຍສະຫຼະເວລານຳເອົາຄວາມຮູ້ໃໝ່ໆທີ່ທັນສະໄໝ ມາແນະນຳຝຶກອົບຮົມໃຫ້ພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຍັງໄດ້ເນັ້ນໃຫ້ນັກສຳມະນາກອນທຸກຄົນທີ່ມາຝຶກຄັ້ງນີ້ ຈົ່ງນຳເອົາຄວາມຮູ້ໄປນຳໃຊ້ໃນໜ້າທີ່ວຽກງານໂດຍສະເພາະການນຳໃຊ້ເຕັກໂນໂລຊີໃໝ່ໆ, ປັບປຸງວິທີການເຮັດວຽກໃຫ້ທັນສະໄໝ ແລະ ນຳເອົາບົດຮຽນເຫຼົ່ານີ້ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດຕໍ່ໜ້າທີ່ວຽກງານຂອງຕົນໄດ້ຮັບຜິດຊອບ.
ຂ່າວ: ໄມຕຣີ, ພາບ: ດາວທະວີສຸກ




