ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະດັບຫຼຽນກາລະນຶກ 70 ປີ

Mar 20, 2025

ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22/3/1955 – 22/3/2025 ) ແລະ ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25/3/1955 – 25/3/2025) ຂຶ້ນໃນວັນທີ 20 ມີນານີ້ ທີ່ ສະໂມສອນ ຄອສພ.
ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ, ມີບັນດາສະຫາຍຄະນະປະຈໍາ, ຄະນະບໍລິຫານງານພັກ ຄອສພ, ບັນດາສະຫາຍ ອະດີດການນໍາ ສະມາຊິກພັກອາວຸໂສບໍານານ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ໃຫ້ກຽດປະດັບຫຼຽນ ໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ, ປະດັບໃຫ້ຈໍານວນ 38 ສະຫາຍ ໃນນັ້ນ ແມ່ນສະມາຊິກພັກບໍານານ ຈໍານວນ 35 ສະຫາຍ ຍິງ 9 ສະຫາຍ, ສະມາຊິກພັກປະຈໍາ ຈໍານວນ 3 ສະຫາຍ ຍິງ 1 ສະຫາຍ ຊຶ່ງແມ່ນຜູ້ທີ່ມີຜົນງານ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ.
ຂ່າວ-ພາບ: ແສງຈັນ