ຄະນະໂຄສະນາອົບຮົມສູນກາງພັກ ແລະ ວິທະຍຸໂທລະພາບສູນກາງຈີນ CMG ຮ່ວມກັນຈັດພິທີຈັດພິທີສາຍສາລະຄະດີເລື່ອງ: “ຄວາມຜູກພັນດ້ານວັດທະນະທໍາຂອງ ທ່ານ ສີຈິ້ນຜິງ” ຢູ່ລາວ, ໃນຕອນບ່າຍວັນທີ 2 ມິຖຸນາ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເຊື່ອມສານຈິດໃຈປະຊາຊົນສອງຊາດ ຈີນ-ລາວ ໃຫ້ແໜ້ນແຟ້ນຍີ່ງໆຂຶ້ນ. ໂດຍການເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດກໍາມະການກົມການເມືອງສູນກາງພັກ, ອະດິດຮອງນາຍົກລັດຖະມົນຕີ ມີ ທ່ານ ວາງຊ້າງ ອຸປະທູດ ສປ ຈີນ ປະຈຳລາວ ທ່ານ ລາວປາວຊົງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ວັນສີ ກົວມົວ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພະນັກງານອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກເປັນຈໍານວນຫຼາຍ.

ທ່ານ ວັນສີ ກົວມົວ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄໍາເຫັນວ່າ: ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມຈີນທາງລັດຖະກິດ ລະຫວ່າງ ວັນທີ 2-6 ມິຖຸນາ 2026, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ CMG ຈັດການສາຍສາລະຄະດີເລື່ອງ: “ຄວາມຜູກພັນດ້ານວັດທະນະທໍາຂອງ ທ່ານ ສີຈິ້ນຜິງ”. ການສາຍສາລະຄະດີໃນຄັ້ງນີ້ ຖືເປັນໂອກາດສໍາຄັນ ເຮັດໃຫ້ປະຊາຊົນລາວ ໄດ້ຮັບຮູ້ກ່ຽວກັບວັດທະນະທໍາ ກໍຄືຜົນສໍາເລັດການສ້າງສາພັດທະນາປະເທດຈີນຫຼາຍຂຶ້ນ; ສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ” ນອກ ຈາກສ່ອງແສງໃຫ້ເຫັນເຖິງ ແນວຄິດ “ການນຳພາທີ່ໂດດເດັ່ນ” ຂອງເພິ່ນແລ້ວ, ຍັງສ່ອງແສງ “ແນວຄິດ ໃໝ່ຈາກຕຳລາບູຮານ”, ເຮັດໃຫ້ພວກເຮົາຮັບຮູ້ກ່ຽວກັບການບໍລິຫານປະເທດ, ຄວາມຜູກພັນດ້ານວັດ ທະນະທຳຂອງຜູ້ນຳຈີນ, ກໍຄື ໝາກຜົນອັນອຸດົມສົມບູນແຫ່ງຄວາມທັນສະໄໝແບບຈີນ ຢ່າງຈະແຈ້ງກວ່າເກົ່າ ແລະ ເຂົ້າໃຈແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ຢ່າງຮອບດ້ານກວ່າເກົ່າ; ເຊິ່ງເປັນແນວຄິດທີ່ເນັ້ນໜັກເຖິງການປະສານສົມທົບ ລະຫວ່າງ ທິດສະດີກັບພຶດຕິກຳຕົວຈິງ, ຖືເອົາປະຊາຊົນເປັນໃຈກາງ, ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບຈຸດພິເສດ ຂອງປະເທດຈີນ; ຖືເປັນບົດຮຽນທີ່ສຳຄັນ ແລະ ລໍ້າຄ່າ ສໍາລັບປະເທດລາວໃນພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ແລະ ເປີດປະຕູສູ່ພາຍນອກ, ກ້າວເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນ.

ໃນໄລຍະຜ່ານມາຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ກັບ CMG ໄດ້ມີການພົວພັນຮ່ວມມືກັນຢ່າງໃກ້ຊິດໃນວຽກງານສື່ມວນຊົນ ແລະ ວຽກງານວັດທະນະນະທໍາ ເປັນຕົ້ນການຮ່ວມກັນຈັດງານ “ເທສະການຮູບເງົາດີເດັ່ນລາວ-ຈີນ” ມາເປັນເວລາ 10 ປີ ແລະ ໃນປີ 2025 ກໍໄດ້ຮ່ວມກັນຈັດສຳມະນາວິທະຍາສາດໃນຫົວຂໍ້: “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ”, ງານວາງສະແດງຮູບພາບລາວ-ຈີນ “ປີກແຫ່ງສັນຕິພາບ” ແລະ ອື່ນໆ ເພື່ອສ້າງບັນຍາກາດທີ່ດີໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຮັດແໜ້ນການພົວພັນຮ່ວມມືການສະໜັບສະໜູນເຊິ່ງກັນ ແລະ ກັນຂອງປະຊາຊົນສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.


