ຄັ້ງປະຫວັດສາດ ສປປ ລາວ ຈັດ ກອງປະຊຸມຝຶກອົບຮົມຄູຝຶກ ແລະ ກຳມະການຕັດສິນ ກິລາບານເຕະຄົນພິການຕາລະດັບສາກົນ

ກອງປະຊຸມຝຶກອົບຮົມຄູຝຶກ ແລະ ກຳມະການຕັດສິນ ກິລາບານເຕະຄົນພິການຕາ ຈັດຂຶ້ນໃນຕອນເຊົ້າວັນທີ 5 ຕຸລາ 2024 ທີ່ຫ້ອງປະຊຸມຂອງສະໜາມບານເຕະ ເບສະຫວັນ ເອັບຊີ, ນະ ຄອນຫຼວງວຽງຈັນ. ມີ ທ່ານ ນາງ ຂັນທະລີ ສິຣີພົງພັນ ປະທານຄະນະກຳມະການ ພາຣາແລມປິກແຫ່ງຊາດລາວ ຫຼື ຄພລ, ທ່ານ MARIANO travaglino ຜູ້ບໍລິຫານງານສະມາຄົມກິລາຄົນ ພິການຕາສາກົນ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະ ຫະພັນກິລາບານເຕະຄົນພິການແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ເປັນຄັ້ງທໍາອິດ ແລະ ມີຄວາມສໍາຄັນຫຼາຍ ໃຫ້ກັບຄູຝຶກ, ກໍາມະການຕັດສິນ ແລະ ນັກກິລາບານເຕະຄົນພິ ການລາວ ໂດຍສະເພາະອາຊຽນ ໄດ້ຮູ້ເຖິງກົດລະບຽບ ແລະ ຄວາມ ຮູ້ໃໝ່ໆ ເພື່ອເປັນບົດຮຽນໄປໃຊ້ໃນການພັດທະນາ ແລະ ຖ່າຍທອດໃຫ້ກັບບຸກຄະລະກອນຮຸ່ນຕໍ່ໆໄປ.
ການຝືກອົບຮົມຄັ້ງນີ້ ດໍາເນີນລະຫວ່າງວັນທີ 5-8 ຕຸລາ 2024 ທີ່ເດີ່ນບານເຕະ ເບ ສະຫວັນ ເມືອງໄຊເສດຖາ ນະຄອນ ຫຼວງຫຼວງ ມີນັກວິທະຍາກອນ ທີ່ມີຄວາມຊຽວຊານດ້ານນີ້ໂດຍສະເພາະມາຝຶກສອນໃຫ້, ມີສໍາມະນາກອນ ຕະຫຼອດຮອດຄູຝຶກ ແລະ ກິລາຄົນພິການຕາ ຈາກ 7 ປະເທດ 7 ເຂົ້າຮ່ວມເກືອບ 30 ທ່ານ ໂດຍຈະໄດ້ຮຽນທັງທິດສະດີ ແລະ ລົງທົດສອບຕົວຈິງທີ່ສະໜາມດັ່ງກ່າວອີກດ້ວຍ
ທີ່ມາ: Sport Update





