ໃນໂອກາດລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຈັດຂຶ້ນເມື່ອບໍ່ດົນມານີ້,
ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ ອົງການປົກຄອງແຂວງ ໄດ້ສົມທົບກັບທຸກພາກສ່ວນໃນທົ່ວສັງຄົມ ສຸມທຶນຮອນ, ງົບປະມານຕາມທ່າແຮງ ແລະ ດຶງດູດພາກສ່ວນເອກະຊົນ, ອົງ ການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ເຂົ້າມາມີສ່ວນຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນບັນດາບ້ານທີ່ຍັງບໍ່ຜ່ານຕາມມາດຖານເງື່ອນໄຂຂອງດຳລັດ 348/ລບ ເຮັດໃຫ້ວຽກງານດັ່ງກ່າວມີຄວາມຄືບໜ້າຂຶ້ນເປັນກ້າວໆ.
ທົ່ວແຂວງຄໍາມ່ວນ ປະກອບມີ 10 ເມືອງ, 570 ບ້ານ, 84,933 ຄອບຄົວ, ມີພົນລະເມືອງທັງ ໝົດ 442,800 ຄົນ, ຍິງ 225,093 ຄົນ,
ປັດຈຸບັນ, ທົ່ວແຂວງມີຄອບຄົວພົ້ນທຸກແລ້ວ 73,380 ຄອບ ຄົວ, ເທົ່າກັບ 86.4%, ຄອບຄົວທຸກຍາກຍັງເຫຼືອ 11,553 ຄອບຄົວ ເທົ່າກັບ 13.6%, ຄອບຄົວພັດທະນາ 61,549 ຄອບຄົວ ເທົ່າກັບ 72.5%, ບ້ານພົ້ນທຸກ 480 ບ້ານ ເທົ່າກັບ 84.2%, ບ້ານທຸກຍາກ 90 ບ້ານ ເທົ່າກັບ 15.8% ແລະ ບ້ານພັດທະນາ 266 ບ້ານ ເທົ່າກັບ 46.7%, ເມືອງພົ້ນທຸກ 07 ເມືອງ ແລະ ເມືອງທຸກຍາກມີ 03 ເມືອງຄື: ເມືອງບົວລະພາ, ໄຊບົວທອງ ແລະ ເມືອງນາກາຍ.
Cr. khammouane News



