ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ທໍາລາຍ ສິນຄ້າທີ່ລະເມີດທີ່ລະເມີດກົດໝາຍ, ລະບຽບການດ້ານການຄ້າ ແລະ ສິນຄ້ານອກລະບົບ ທີ່ທາງເຈົ້າໜ້າທີ່ກວດກາ-ການຄ້າແຂວງ ລົງກວດກາມາໄດ້ ໃນໄລຍະປີຜ່ານມາ ໃນວັນທີ 1 ເມສາ 2025 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໂດຍມີທ່ານ ວັນທອນ ບຸດສົມພັນ ຄະນະພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຫ້ອງການອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ.
ທ່ານ ຂວັນໃຈ ສຸວັນລາສີ ຮັກສາການຫົວໜ້າຂະແໜງການຄ້າພາຍໃນ ໄດ້ລາຍງານວ່າ: ໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ຜ່ານລາຍການສິນຄ້າທີ່ອາຍັດມາໄດ້ ໂດຍປະຕິບັດຕາມທິດຊີ້ນໍາຂອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ກໍຄືກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ດໍາລັດວ່າດ້ວຍການກວດກາການຄ້າ, ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍມາດຕະການຄວບຄຸມການນໍາເຂົ້າ ເພື່ອເປັນການກວດກາສະກັດກັ້ນການນໍາເຂົ້າ-ຈໍາໜ່າຍ ສິນຄ້າທີ່ບໍ່ມີຄຸນະພາບ, ສິນຄ້າເສື່ອມຄຸນ, ເສຍຄຸນ, ໝົດອາຍຸທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ, ຜົນປະໂຫຍດ ຂອງຜູ້ຊົມໃຊ້, ພໍ່ແມ່ປະຊາຊົນ ແລະ ສິ່ງແວດລ້ອມ, ບັນດາສິນຄ້າປອມແປງລອກຮຽນແບບ, ເຊິ່ງຜິດຕໍ່ລະບຽບກົດໝາຍ, ລະບຽບການວາງອອກ ແລະ ເພື່ອເປັນການກະຕຸກຊຸກຍູ້ສົ່ງເສີມການລົງທຶນພາຍໃນ, ຕ່າງປະເທດ ທີ່ດໍາເນີນທຸລະກິດຖືກຕ້ອງ, ມີການແຂ່ງຂັນຢ່າງເທົ່າທຽມ ແລະ ຮັບປະກັນໄດ້ການເກັບລາຍຮັບເຂົ້າງົບປະມານ.
ສຳລັບສິນຄ້າທີ່ນຳມາທຳລາຍຖິ້ມໃນຄັ້ງນີ້ ປະກອບມີ: 02 ປະເພດ 16 ລາຍການ ຄິດເປັນມູນຄ່າທັງໝົດ 294,9 ລ້ານກວ່າກີບ.




