ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄຳມ່ວນ ມອບ-ໂອນ ວຽກງານສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ

Jul 7, 2025

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພິທີປະກາດປັບປຸງກົງຈັກການຈັດຕັ້ງ ມອບ-ໂອນ ວຽກງານສື່ມວນຊົນ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ຈັດຂຶ້ນໃນວັນທີ 7 ກໍລະກົດ 2025 ທີ່ຫ້ອງວ່າແຂວງຄຳມ່ວນ ໂດຍມີຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຜ່ານບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຖະແຫລງຂ່າວໃນຜ່ານມາ. ສໍາລັບຂະແໜງການ ແລະ ກອງວິຊາການ ທີ່ຈະມອບ-ໂອນ ປະກອບມີ 1 ຂະແໜງ ແລະ 2 ກອງວິຊາການຄື: ຂະແໜງຖະແຫລງຂ່າວ, ກອງວິຊາການວິທະຍຸ-ໂທລະພາບ ແລະ ກອງວິຊາການສື່ສິ່ງພິມ.
ພ້ອມນີ້, ຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 1163/ຈຂ ວ່າດ້ວຍການມອບ-ໂອນ ວຽກສື່ມວນຊົນ (ວຽກຖະແຫລງຂ່າວ), ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ວັດຖຸ ອຸປະກອນຮັບໃຊ້ວຽກງານວິຊາສະເພາະທັງໝົດ ໄປຂຶ້ນກັບຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ພ້ອມທັງໄດ້ເຊັນບົດບັນທຶກການ ມອບ-ໂອນ ວຽກຖະແຫລງຂ່າວສື່ມວນຊົນ ລະຫວ່າງ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ແລະ ທ່ານ ບຸນທັນ ສຸວັນນະລາດ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມອບຂໍ້ຕົກລົງດັ່ງກ່າວ ໃຫ້ຫົວໜ້າໂຄສະນາອົບຮົມແຂວງ ແລະ ມີຄໍາເຫັນໃຫ້ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ເຂົ້າໃຈຕໍ່ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແນໃສ່ໃຫ້ມີຄວາມສະຫງົບ, ອຸ່ນອຽນທຸນທ່ຽງໃນການປະຕິບັດໜ້າທີ່ວຽກງານ. ພາຍຫລັງທີ່ໂຮມເຂົ້າກັນແລ້ວ ໃຫ້ສືບຕໍ່ເຕົ້າໂຮມຮັກສາຄວາມສາມັກຄີ. ຄຽງຄູ່ກັນນັ້ນ, ໃຫ້ຂຸ້ນຂ້ຽວປັບປຸງພາລະບົດບາດ, ຄົ້ນຄວ້າປັບປຸງສັບຊ້ອນບຸກຄະລາກອນຄືນໃໝ່ ໃຫ້ສອດຄ່ອງກັບພາລະບົດບາດ ອີງໃສ່ບຸກຄະລາກອນທີ່ມີກັບຕົວຈິງ. ພ້ອມທັງກວດກາຄືນວັດຖຸຊັບສິນງົບປະມານຕ່າງໆ ທີ່ຈະໂຮມເຂົ້າກັນໃຫ້ຊັດເຈນ, ທັງນີ້ກໍເພື່ອແນໃສ່ໃຫ້ວຽກງານຂົງເຂດດັ່ງກ່າວ ມີການຫັນປ່ຽນ ແລະ ມີຜົນສໍາເລັດດີຂຶ້ນກວ່າເກົ່າ.
ຂ່າວ: ມະນີວັນ
May be an image of 2 people, dais and text
May be an image of 4 people and text