ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2024 ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານສະມາຄົມກິລາ-ກາຍະກໍາແຂວງ.
ກອງປະຊຸມໄດ້ຮັບຟັງການລາຍງານຈາກຕາງໜ້າພະແນກສຶກສາທິການ ແລະ ກິ ລາແຂວງ ວ່າ: ໃນວັນທີ 3-12 ມັງກອນ 2024 ທາງຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ໄດ້ລົງຄັດເລືອກເອົານັກຮຽນທີ່ມີພອນສະຫວັນດີເດັ່ນດ້ານກິລາ, ມີຄວາມມັກຮັກໃນການຫຼິ້ນກິລາໃນ 10 ຕົວເມືອງຕາມເງື່ອນໄຂ ແລະ ຄວາມພ້ອມຂອງບັນດາສະຫະພັນກິລາ 12 ປະເພດ ເຫັນວ່າມີການກະກຽມ ແລະ ຝຶກຊ້ອມ ນັກກິລາ ບາງປະເພດກິລາກໍໄດ້ເຂົ້ານອນສູນຝຶກຊ້ອມແລ້ວ ໂດຍສະເພາະແມ່ນກິລາບານສົ່ງໃນຮົ່ມ ແມ່ນຝຶກຊ້ອມປະຈຳ, ກິລາເທຄວັນໂດ ແມ່ນຝຶກຊ້ອມປະຈຳ ສ່ວນປະເພດອື່ນໆ ແມ່ນໄດ້ຈັດຕັ້ງປະຕິບັດໃນການຄັດເລືອກນັກກິລາ ແລະ ຝຶກຊ້ອມທຸກປະເພດແລ້ວ.
ແຂວງຄໍາມ່ວນ ຈະສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 12 ປະເພດກິລາໄດ້ແກ່: ກິລາແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງໃນຮົ່ມ, ກະຕໍ້, ດອກປີກໄກ່, ປິ່ງປ່ອງ, ເປຕັງ, ໝາກແລ້, ໜ້າເກັກ, ເທຄວັນໂດ, ໝາກເສິກ ລວມນັກກິລາທັງໝົດ 186 ຄົນ.
ທີ່ມາ: ສກຂ ຄຳມ່ວນ






