ຄູຝຶກບານສົ່ງລາວ ຈຳນວນ 12 ຄົນ ທີ່ມາຈາກ 9 ສະໂມສອນອ້ອມຂ້າງ ນະຄອນຫຼວງວຽງຈັນ ໄດ້ຮັບການຍົກລະດັບຈາກຊ່ຽວຊານຈາກສະຫະພັນບານສົ່ງ ອາຊີ ຫຼື AVC Coaching Course 2024 ລະຫວ່າງວັນທີ 3-8 ທັນວາ 2024.
ພິທີເປີດຝຶກອົບຮົມໃນຄັ້ງນີ້ຈັດຂຶ້ນ ໃນຕອນເຊົ້າວັນທີ 3 ທັນວານີ້ ທີ່ສະໂມສອນກິລາບານສົ່ງໃນຮົ່ມ ກະຊວງປ້ອງກັນ ປະເທດ ຫຼື ກອງທັບ ໂດຍການເປັນປະທານຂອງທ່ານ ບຸນມາ ທຳມະວົງ ຫົວໜ້າພະແນກພັດທະນາກິລາ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນັດທະພົງ ເກສາພັນ ເລຂາທິກາສະຫະພັນບານສົ່ງແຫ່ງປະເທດໄທ ທັງເປັນຊ່ຽວຊານຈາກ AVC, ທ່ານ ທິບພົງພັດ ມະນິວົງ ຮອງເລຂາທິການສະຫະພັນບານສົ່ງແຫ່ງຊາດລາວ ແລະ ທ່ານ ຖາວອນ ກະມຸດສີ ຊ່ຽວຊານຈາກ AVC.
ຕະຫຼອດໄລຍະການດຳເນີນກອງປະຊຸມຝຶກອົບຮົມ 6 ວັນ ລະຫວ່າງວັນທີ 3-8 ທັນວາ 2024 ສຳມະນາກອນ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຕະຫຼອດຮອດບົດ ບາດການເປັນຄູຝຶກກິລາດັ່ງກ່າວ ເພື່ອສົ່ງເສີມໃຫ້ເຂົາເຈົ້າທີ່ຈະເປັນກຳລັງສຳຄັນຂຶ້ນມາໃໝ່ ໄດ້ຮຽນຮູ້ ແລະ ນຳໃຊ້ບົດຮຽນ ແລະ ປະສົບການນຳໄປຜັນຂະຫຍາຍສ້າງຄົນຮຸ່ນຫຼັງໃຫ້ນັບມື້ເຕີບ ໃຫຍ່ຢ່າງກວ້າງຂວາງຂຶ້ນເລື້ອຍໆ.
ສຳລັບສຳມະນາກອນ ຈຳນວນ 12 ຄົນ ທີ່ຕາງໜ້າຄູຝຶກບານສົ່ງຄົນລາວ ເຂົ້າຮ່ວມແມ່ນມຈາກສະໂມສອນ ລາວສະກາຍເວ, ສະໂມສອນ ວຽງຈັນ ວີຊີ, ກົມໃຫຍ່ພະລາທິການ ກອງທັບ, ໂຮງຮຽນຊົນເຜົ່າ ກອງທັບ, ສະໂມສອນ ກະຊວງປ້ອງກັນປະເທດ ຫຼື ກອງທັບ, ກອງກິລາ ກອງທັບ, ສະໂມສອນ ເອັດອີຊີ ວີຊີ, ສະໂມສອນ ໂກຣ-ອັບ ວີຊີ ແລະ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ.
ພາບ-ຂ່າວ ໂດຍສົງການ ພັນແພງດີ





