ວັນທີ 25-26 ສິງຫາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດການປະຊຸມຕ້ອນຮັບ ແລະອົບຮົມຄູອາສາສະໝັກພາສາຈີນສາກົນປະຈໍາປີ 2025-2026 ຢ່າງເປັນທາງການ, ໃນນັ້ນມີຄູອາສາສະໝັກສອນພາສາຈີນທັງໝົດ 100 ຄົນ ເພື່ອຊ່ວຍສິດສອນພາສາຈີນ ແລະແລກປ່ຽນວັດທະນະທໍາຈີນ ໃຫ້ແກ່ໂຮງຮຽນຕ່າງໆທີກໍານົດໄວ້ໃນສົກຮຽນ 2025-2026.
ໃນພິທີ, ທ່ານ ຕູ້ສາງຊິ່ງ ຫົວໜ້າພະແນກການເມືອງສະຖານທູດຈີນປະຈໍາລາວໄດ້ເຂົ້າຮ່ວມ ແລະກ່າວຕ້ອນຮັບຢ່າງອົບອຸ່ນ ແລະພ້ອມທັງສະແດງຮູ້ສຶກພາກພູມໃຈ ແລະກ່າວໃຫ້ກໍາລັງໃຈແກ່ຄູອາສາສະໝັກຈີນ ພ້ອມທັງຊົມເຊີຍຫຼາຍຕໍ່ຄວາມທຸ່ມເທຂອງຄູອາສາທຸກຄົນ ທີ່ໄດ້ເສຍສະຫຼະເພື່ອການສຶກສາ ແລະມິດຕະພາບຈີນ-ລາວ, ຄູອາສາສະມັກເປັນຕົວແທນຂອງນ້ຳໃຈ ແລະມິດຕະພາບຈີນທີ່ສະຫຼະເພື່ອການພັດທະນາ, ການເດີນທາງມາເຮັດວຽກຢູ່ລາວ ກໍ່ຄືກັນກັບເຮັດວຽກໃນປະເທດຈີນ, ເຊິ່ງເປັນອີກວຽກງານສໍາຄັນໜຶ່ງຕໍ່ການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ, ຂໍໃຫ້ທຸກທ່ານບໍ່ທໍ້ຖອຍ ແລະສໍາເລັດໃນທຸກໜ້າທີ່ວຽກງານ.

ໂອກາດດຽວກັນ, ທ່ານ ສົມປະສົງ ຈັນທະວົງ ປະທານໂຮງຮຽນ ມ.ສ ລຽວໂຕວ໌ ທີ່ໄດ້ເຂົ້າຮ່ວມ ແລະ ໄດ້ກ່າວວ່າ: ອາສາສະຫມັກການສຶກສາພາສາຈີນເປັນຂົວຕໍ່ວັດທະນະທໍາ ທີ່ເຊື່ອມໂຍງລະຫວ່າງຈີນ-ລາວ, ຄວາມເຕີບໂຕຂອງວົງການສຶກສາພາສາຈີນໃນລາວ, ບໍ່ອາດແຍກຂາດຈາກການອຸທິດຕົນຂອງອາສາສະຫມັກໄດ້, ຫວັງໃຫ້ທຸກຄົນປະຕິບັດໜ້າທີ່ຢ່າງເຕັມທີ່ ແລະເປັນທູດວັດທະນະທໍາພາສາ ນໍາໄປສູ່ການເປີດພາບໃໝ່ໃນວົງການການສຶກສາພາສາຈີນໃນລາວ.
ສໍາລັບການອົບຮົມ 2 ມື້ ມີຫົວຂໍ້ສໍາຄັນ ຄື ທ່ານ ລານ ເວີນຫມິນ ຫົວໜ້າຫ້ອງການສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ບັນຍາຍພິເສດໃນຫົວຂໍ້ “ການປົກປ້ອງ ແລະຊ່ວຍເຫຼືອດ້ານກົດໝາຍກົງສຸນ” ໃຫ້ແກ່ອາສາສະຫມັກທັງໝົດ.

ທີ່ມາ: CMG


