ໃນຂະນະທີ່ທຸກພາກສ່ວນກຳລັງລະດົມກຳລັງຊ່ວຍເຫຼືອໄພນ້ຳຖ້ວມແຂວງຫຼວງນ້ຳທາ ຢ່າງຫ້າວຫັນ, ເພື່ອເປັນການຮອງຮັບ ແລະ ຮັບປະກັນວ່າເຄື່ອງຊ່ວຍເຫຼືອຈະຖືກສົ່ງໄປຮອດເຂດອຸທົກ ກະໄພຢ່າງທັນເວລາ, ທາງລົດໄຟລາວຈີນໄດ້ເປິດໃຊ້ຂະບວນລົດໄຟສາຍດ່ວນພິເສດສະເພາະ ທີ່ສາມາດລຳລຽງເຄື່ອງຊ່ວຍ ເຫຼືອໄປຮອດເຂດອຸທົກກະໄພໄດ້ໂດຍກົງ.
ໂດຍ ໃນວັນທີ 12 ເດືອນ 9 ປີ 2024 ແມ່ນໄດ້ເລີ່ມຂົນສົ່ງເຄື່ອງຊ່ວຍເຫຼືອຈາກສະຖານີວຽງຈັນໃຕ້ໄປລົງສະຖານີນາເຕີຍ 1 ຂະບວນ ແລະ ຈາກສະຖານີບໍ່ເຕ່ນມາລົງສະຖານີນາເຕີຍ 1 ຂະບວນ ; ວັນທີ 13 ເດືອນ 9 ປີ 2024 ກໍຍັງສືບຕໍ່ຂົນສົ່ງເຄື່ອງຊ່ວຍເຫຼືອຈາກສະຖານີວຽງຈັນໃຕ້ໄປລົງສະຖານີນາເຕີຍ ແລະ ຈາກສະຖານີບໍ່ເຕ່ນມາລົງສະຖານີນາເຕີຍ ເຊິ່ງເຄື່ອງຊ່ວຍເຫຼືອທີ່ຂົນສົ່ງຈາກບໍ່ເຕ່ນມາລົງນາເຕີຍແມ່ນເຄື່ງຊ່ວຍເຫຼືອທີ່ມາຈາກ ສປ ຈີນ ໃນນັ້ນມີເຄື່ອງໃຊ້ຈຳເປັນຫຼາຍຢ່າງເຊັ່ນ: ນ້ຳດື່ມ, ອາ ຫານແຫ້ງ, ທຽນໄຂ,ຜ້າຫົ່ມ,ເສື່ອນອນ ແລະ ອື່ນໆ. ລົດໄຟຂະບວນດ່ວນສະເພາະນີ້ ແມ່ນທາງລົດໄຟລາວ-ຈີນໃຫ້ບຸລິມະສິດໃນການອອກລົດ ແລະ ການຂົນເຄື່ອງຊ່ວຍເຫຼືອກ່ອນ, ເຄື່ອງຊ່ວຍເຫຼືອທີ່ມາຮອດສະຖານີຈະສາມາດຈັດໂຫລດຂຶ້ນລົດໄດ້ເລີຍ. ທາງລົດໄຟລາວຈີນຂອງພວກເຮົາໄດ້ເຮັດວຽກແຂ່ງກັບເວລາເພື່ອຮັບຮອງວ່າເຄື່ອງຊ່ວຍເຫຼືອທັງຫມົດຈະຖືກຂົນສົ່ງໄປຮອດເຂດອຸທົກກະໄພຢ່າງທັນເວລາ.
ໃນນັ້ນ, ສອງຄົນທີ່ຮັບຫນ້າທີ່ເປັນຄົນຂັບລົດໄຟຂົນສົ່ງເຄື່ອງຊ່ວຍເຫຼືອຂະບວນດັ່ງກ່າວ ແມ່ນພະນັກງານຂັບລົດໄຟຄົນລາວລຸ້ນທຳອິດ ທີ່ຜ່ານການຝຶກອົບຮົບຈາກທາງລົດໄຟລາວ- ຈີນ ແລະ ຜ່ານການກວດສອບຄຸນນະວຸດທິໃນການຂັບລົດໄຟຄື: ທ້າວ ສົມຊາຍ ລາວລີ້ວ ແລະ ທ້າວ ກາເຢັງ ຊົງປໍລີ ທັງ ສອງເປັນໝູ່ຄູ່ກັນ ແລະ ທັງສອງຄົນກໍເປັນໜຶ່ງໃນ 14 ຄົນທີ່ຫາກໍໄດ້ຮັບໃບຢັ້ງຢືນນັກຂັບລົດໄຟທີ່ອອກໃຫ້ໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໃນເດືອນ 8 ປີ 2024 ທີ່ຜ່ານມານີ້ ອັນເຮັດໃຫ້ສົມຊາຍ ແລະ ກາເຢັງ ໄດ້ກາຍເປັນນັກຂັບລົດໄຟ ທີ່ສາມາດຂັບໄດ້ດ້ວຍຕົວເອງລຸ້ນທຳອິດຂອງລາວ.
ນ້ອງ ສົມຊາຍ ຍັງບອກກັບນັກຂ່າວພວກເຮົາອີກວ່າ ຕົນເອງຮູ້ສືກຕື່ນເຕັ້ນ ແລະ ດີໃຈຫຼາຍ ຍ້ອນວ່າຕົນເອງເຮັດວຽກເປັນຄົນຂັບລົດໄຟຢູ່ທາງລົດໄຟລາວຈີນ, ສະນັ້ນ ໃນເວລາທີ່ບ້ານ ເກີດເມືອງນອນມີຄວາມຕ້ອງການ ຕົນເອງສາມາດຂັບລົດໄຟຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກຂຶ້ນໄປຊ່ວຍພໍ່ແມ່ປະຊາຊົນລາວຢູ່ເຂດປະສົບໄພຢ່າງທັນການ, ທັງນີ້ຕ້ອງຂອບໃຈທາງລົດໄຟລາວ-ຈີນທີ່ມອບໂອກາດນີ້ແກ່ຕົນເອງ ເຮັດໃຫ້ຕົນເອງມີໂອກາດຕອບແທນ ແລະ ບໍລິການບ້ານເກີດເມືອງນອນຂອງຕົນເອງໄດ້ດີກວ່າເກົ່າ.
ນອກຈາກນີ້ແລ້ວ ບັນດາພະນັກງານທາງລົດໄຟລາວ-ຈີນແຕ່ລະຄົນ ກໍໄດ້ສືບຕໍ່ຊ່ວຍກັນຄົນລະໄມ້ຄົນລະມື, ປະກອບສ່ວນກຳລັງເລັກໆນ້ອຍໆຂອງຕົນເອງເຂົ້າໃນການຊ່ວຍເຫຼືອໄພນ້ຳຖ້ວມຄັ້ງນີ້ ໂດຍສະເພາະແມ່ນ ນ້ອງດາວພະຫັດ ແກ້ວສຳພັນ ນາງສາວລາວປີ 2023 ທີ່ເປັນຫົວຫນ້າຈຸລົດໄຟ EMU ຂະບວນລ້ານຊ້າງຂອງພວກເຮົາ. ນອກຈາກທັງງາມທັງເກັ່ງແລ້ວ ນ້ອງດາວພະຫັດຍັງມີນ້ຳໃຈເອື້ອເຟື້ອເຜື່ອແຜ່ຫຼາຍ ກໍຄືໄດ້ມີການປະກອບສ່ວນລະດົມເຄື່ອງຊ່ວຍເຫຼືອຈາກສັງຄົມໄປຊ່ວຍຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມມີນ້ຳໃຈຂອງຄົນລາວນຳກັນ. ພະນັກງານຄົນລາວບໍ່ຖິ້ມຄົນລາວ ເວລາພົບອຸປະສັກຕ້ອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ພວກເຮົາຜ່ານພົ້ນວິກິດນ້ຳຖ້ວມນີ້ໄປນຳກັນ.





