ເສັ້ນທາງລົດໄຟ ລາວ-ຈີນເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ເຊິ່ງມາຮອດປີນີ້ຄົບຮອບ 3 ປີ ພໍດີ. ອີງຕາມຂໍ້ມູນ, ນັບແຕ່ມື້ເປີດໃຫ້ບໍລິການ ມາຮອດວັນທີ 2 ທັນວາ 2024 ທາງລົດໄຟລາວ-ຈີນ ໄດ້ສະສົມຜູ້ໂດຍສານທັງໝົດ 4.300 ລ້ານເທື່ອ/ຄົນ, ຂົນສົ່ງສິນຄ້າ 4.830 ລ້ານໂຕນ. ໃນນັ້ນ, ພາກສວນໃນປະເທດລາວຂົນສົ່ງຜູ້ໂດຍສານທັງໝົດ 741,76 ລ້ານເທື່ອ/ຄົນຂົນສົ່ງສີນຄ້າ 1.074,41 ລ້ານໂຕນ ໂດຍໄດ້ບໍລິ ການ ຂົນສົ່ງຂ້າມຊາຍແດນລາວ, ໄທ, ສິງກະໂປ ແລະ ອີກ 20 ປະເທດ.
ທ່ານ ຈ່າງຫົງຢູນ ນັກວິສະວະກອນ ພະແນກຈັດການໂຄງການກໍ່ສ້າງ ກຸ່ມບໍລີສັດທາງລົດໄຟຈີນບໍ່ເຕັນ-ນະຄອນຫລວງວຽງຈັນ ຊ່ວງສັນຍາທີ FJSGⅡໄດ້ໃຫ້ຮູ້ວ່າ: ພວກເຮົາໄດ້ກຽມພ້ອມປະຕິບັດ ບໍາລຸງຮັກສາສະຖານີ, ອຸປະກອນກົນຈັກ-ໄຟຟ້າ ແລະ ວຽກງານບໍາລຸງຮັກສາລົດໂດຍສານ ແລະ ອື່ນໆ ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງທາງລົດໄຟ. ທາງລົດໄຟລາວ-ຈີນ ມີຄວາມສະດວກສະ ບາຍ, ມີປະສີດທິຜົນສູງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ກາຍເປັນວິທີການເດີນທາງຂອງທີ່ນັກທ່ອງທ່ຽວນັບມື້ນັບຫລາຍຂຶ້ນ.
ໃນໄລຍະ 3 ປີທີ່ເປີດການຂົນສົ່ງເປັນຕົ້ນມາ, ທາງລົດໄຟລາວ -ຈີນ, ໃນມື້ດຽວຈຳນວນຜູ້ໂດນສານຈາກ 20.000 ຄົນ ໄດ້ເພີ່ມ ຂຶ້ນເຖິງ 100.000 ເທື່ອຄົນ ແລະ ບັນດາປະເພດສິນຄ້າຈາກ 10 ປະເພດເພີ່ມຂຶ້ນເຖິງ 3.000 ປະເພດ. ໃນການຂົນສົ່ງດັ່ງກ່າວ, ເບຍລາວ, ທຸລຽນ, ແປ້ງມັນຕົ້ນ, ໝາກມ່ວງ ແລະ ຜະລິດຕະພັນອື່ນໆ ຈາກປະເທດລາວ ໄດ້ຖືກນໍາມາຈໍາໜ່າຍໃນຕະຫລາດຈີນ. ໃນນັ້ນ, ຜະລິດຕະພັນເບຍລາວ ແມ່ນໄດ້ຮັບການຕອບຮັບທີ່ດີຈາກລູກຄ້າ.
ໃນຂະນະທີ່ ເຈົ້າຂອງຮ້ານຂາຍເບຍຫັດຖະກໍາ ໃນປັກກິ່ງ ໄດ້ກ່າວວ່າ: ອີງຕາມສະຖິຕິຂອງດ່ານພາສີຄຸນໝິງ ໄລຍະ 3 ປີຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າສະສົມນຳເຂົ້າ ແລະ ສົ່ງອອກຫລາຍກວ່າ 10,60 ລ້ານໂຕນ, ມູນຄ່າສິນຄ້າເກີນ 440 ຕື້ຢວນ.
ສ່ວນຜູ້ຮັບຜິດຊອບ ບໍລິສັດທາງລົດໄຟລາວ-ຈີນຈຳກັດ ໄດ້ກ່າວວ່າ: ໃນຕໍ່ໜ້າຈະສືບຕໍ່ປັບປຸງຮູບແບບບໍລິການຂົນສົ່ງຜູ້ ໂດຍສານລົດໄຟລາວ-ຈີນ ຢ່າງຕັ້ງໜ້າ, ປັບປ່ຽນແຜນການດຳ ເນີນງານລົດໄຟ,ປັບປຸງການບໍລິການຂາຍປີ້ ແລະ ຂັ້ນຕອນການຂາຍປີໃຫ້ເໝາະສົມ; ປັບປູງການບໍລິການຜູ້ໂດຍສານແລະ ຂົນສົ່ງສິນຄ້າໃຫ້ສະດວກສະບາຍຍິ່ງຂຶ້ນ ແລະ ຊ່ວຍໃຫ້ບໍລິການຂອງທາງລົດໄຟລາວ-ຈີນມີປະສິດທິຜົນ ຂຶ້ນໄປເລື້ອຍໆ.






