ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ

Nov 18, 2024

ວັນທີ 15-17 ພະຈິກ 2024 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ຄະນະກຳມະ ການລະດັບຊາດປັບປຸງລັດຖະທໍາມະນູນ ສະບັບປີ 2015 (ຄລຊ) ໄດ້ຈັດກອງປະຊຸມຄົ້ນຄວ້າປັບປຸງເນື້ອໃນລັດຖະທໍາມະນູນສະບັບປັບປຸງ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກຳມະການ ຄລຊ; ມີບັນດາທ່ານຄະນະກຳມະ ການລະດັບຊາດປັບປຸງລັດຖະທໍາມະນູນ ແລະ ກອງເລຂາຊ່ວຍວຽກ ເຂົ້າຮ່ວມ 30 ກວ່າທ່ານ.
ໃນໄລຍະຜ່ານມາ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ສະບັບປີ 2015 ໄດ້ມີການນໍາເອົາຮ່າງລັດຖະທໍາມະນູນສະບັບດັ່ງກ່າວໄປທາບທາມ ແລະ ຈັດກອງປະຊຸມສຳມະນາຫຼາຍຄັ້ງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ພາຍຫຼັງປັບປຸງສຳເລັດເບື້ອງຕົ້ນ ໄດ້ນຳໄປຜ່ານໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ເທື່ອທີ 9 ສະໄໝທີ XI ເຊິ່ງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໂດຍສະເພາະແມ່ນບັນດາສະຫາຍກົມການເມືອງສູນກາງພັກ, ສະຫາຍເລຂາທິການສູນກາງພັກໄດ້ຕັ້ງຄຳຖາມເຈາະຈີ້ມ ແລະ ໃຫ້ທິດຊີ້ນຳ ເພື່ອປັບປຸງລັດຖະທຳມະນູນສະບັບປີ 2015 ໃຫ້ສົມບູນ, ຖືກຕ້ອງ ແລະ ສອດຄ່ອງຕາມທິດຊີ້ນໍາຂອງມະຕິ 05/ກມສພ ກໍຄືເນື້ອໃນຈິດໃຈຂອງຄະນະບໍລິຫານງານສູນກາງພັກ.
ກອງປະຊຸມໄດ້ຮັບຟັງການສະເໜີຮ່າງບົດລາຍງານການປັບປຸງລັດຖະທໍາມະນູນ, ຕາຕະລາງສົມທຽບລັດຖະທໍາມະນູນສະບັບປີ 2015 ກັບລັດຖະທໍາມະນູນສະບັບປັບ ປຸງໃໝ່ ປີ 2025; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຍົກສູງສະຕິປັນຍາຂອງຕົນ ສຸມໃສ່ປະກອບຄຳຄິດຄຳເຫັນ ເພື່ອປັບປຸງເນື້ອໃນຂອງລັດຖະທຳມະນູນ ໂດຍເຮັດເປັນແຕ່ລະໝວດແຕ່ລະມາດຕາຢ່າງລະອຽດ.
ຂ່າວ: ສອນສັກ ວັນວິໄຊ