ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍການດໍາເນີນຄະດີແພ່ງ

Nov 8, 2024

ກອງປະຊຸມ ຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 5-6 ພະຈິກ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງ ຈັນ ເພື່ອແລກປ່ຽນ ແລະ ສົນທະນາລະຫວ່າງບົດຮຽນຂອງຕ່າງປະເທດ ໂດຍສົມທຽບໃສ່ກົດໝາຍ ວ່າດ້ວຍການດໍານເນີນຄະດີແພ່ງ ຂອງ ສປປ ລາວ, ທັງເປັນພື້ນ ຖານທາງດ້ານວິຊາການ ໃຫ້ແກ່ການປັບປຸງເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດ (ສພຊ) ຊຸດທີ IX ໄດ້ມີການຄົ້ນຄວ້າເນື້ອໃນຢ່າງລະອຽດເລິກເຊິ່ງ ໂດຍມີການແລກປ່ຽນບົດ ຮຽນກັບຊ່ຽວຊານຕ່າງປະເທດ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດ ໝາຍມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ.
ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ໄດ້ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ ແມ່ນໜຶ່ງໃນກົດໝາຍຈໍານວນ 9 ສະບັບ ທີ່ຈະນໍາເຂົ້າພິຈາ ລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ການຈັດກອງປະຊຸມໃນຄັ້ງນີ້ ແມ່ນການທົບທວນຄືນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຂອງ ສປປ ລາວ ທຽບໃສ່ການຈັດ ຕັ້ງປະ ຕິບັດຕົວຈິງຂອງບົດຮຽນປະເທດເຢຍລະມັນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງນີ້ ມີຄວາມຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.
ກອງປະຊຸມ ໄດ້ຮັບຟັງການສະເໜີບົດຮຽນກ່ຽວກັບການດຳເນີນຄະດີແພ່ງ ຂອງປະເທດເຢຍລະມັນ, ທັງເປັນການຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈຂອງຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຕໍ່ເນື້ອໃນຂອງກົດໝາຍໃຫ້ຫລາຍຂຶ້ນ; ສຳລັບ ຮ່າງກົດ ໝາຍວ່າດ້ວຍການດຳເນີນຄະດີແພ່ງ ແມ່ນໄດ້ຜ່ານການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍສຳເລັດແລ້ວ ເຊິ່ງຢູ່ໃນຂັ້ນຕອນການກະກຽມລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ; ຮັບຟັງການສະເໜີຫຍໍ້ບົດຮຽນກ່ຽວກັບກົດ ໝາຍ ວ່າດ້ວຍການປົກຄອງຂອງຕ່າງປະເທດ ແລະ ບົດຮຽນກ່ຽວກັບການດຳເນີນຄະດີແພ່ງຂອງຕ່າງປະເທດ ຈາກຊ່ຽວຊານຕ່າງປະ ເທດ, ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຂອງ ສປປ ລາວ ພ້ອມທັງສະເໜີປະເດັນທີ່ຢາກແລກປ່ຽນກັບຊ່ຽວຊານຕ່າງປະເທດ,
ຈາກນັ້ນ, ໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຊັກຖາມຕໍ່ເນື້ອໃນຂອງກົດໝາຍສະບັບດັ່ງ ກ່າວ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນມີຄວາມກະຈ່າງແຈ້ງ, ຮັດກຸມ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ.
ຂ່າວ: ສພຊ