ພິທີລົງນາມຂໍ້ຕົກລົງ ປະຕິບັດໂຄງການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າ ຢູ່ແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປະຊາຊົນແຂວງກວາງບິ່ງ ສສ ຫວຽດນາມ ແລະ ອົງການປົກຄອງແຂວງຄຳມ່ວນ ສປປ ລາວ ຈັດຂຶ້ນໃນວັນທີ 24 ເມສາ 2025 ຢູ່ທີ່ແຂວງຄຳມ່ວນ ຕາງໜ້າຝ່າຍແຂວງກວາງບິ່ງ ເຊັນໂດຍທ່ານ ຮ່ວງ ຊວນ ເຕິນ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ, ຕາງໜ້າຝ່າຍແຂວງຄຳມ່ວນ ເຊັນໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ອີງຕາມ ຂໍ້ຕົກລົງລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍລະບຽບການເງິນ ແລະ ການຄຸ້ມຄອງນໍາໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ໃນວັນທີ 06 ທັນວາ 2020 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຂໍ້ຕົກລົງຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ເອກະສານທີ່ກ່ຽວຂ້ອງຕ່າງໆ ວ່າດ້ວຍການອະນຸມັດ ໂຄງການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າ ເຊິ່ງມີທີ່ຕັ້ງຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ ໂດຍແມ່ນຄະນະກຳມະການປະຊາຊົນແຂວງກວາງບິ່ງ (ເປັນເຈົ້າຂອງໂຄງການຝ່າຍຫວຽດນາມ) ແລະ ອົງການປົກຄອງແຂວງຄໍາມ່ວນ (ເຈົ້າຂອງໂຄງການຝ່າຍລາວ) ເຊິ່ງເຈົ້າຂອງໂຄງການທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບເຊັນຂໍ້ຕົກລົງປະຕິບັດໂຄງການ ມີເນື້ອໃນຄື: ສະເພາະເຈົ້າຂອງໂຄງການຝ່າຍລາວ: ຈັດຕັ້ງປະຕິບັດການຊົດເຊີຍເວນຄືນ ແລະ ແກ້ໄຂສິ່ງກີດຂວາງໃນພື້ນທີ່ກໍ່ສ້າງ, ສະໜອງໄຟຟ້າ, ນ້ຳ, ວັດສະດຸ, ອຸປະກອນ ແລະ ໜ້າວຽກອື່ນໆ ທີ່ເຈົ້າຂອງໂຄງການຝ່າຍລາວມີຄວາມສາມາດເຂົ້າຮ່ວມປະຕິບັດ, ຈັດຕັ້ງປະຕິບັດການລົງທຶນກໍ່ສ້າງຕາມລະບຽບການໃນປັດຈຸບັນຂອງລັດຖະບານລາວ ຕໍ່ກັບບັນດາໜ້າວຽກຝ່າຍລາວປະຕິບັດ, ສົມທົບກັບເຈົ້າຂອງໂຄງການຝ່າຍຫວຽດນາມ ຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ສັນຍາຕ່າງໆ ທີ່ກ່ຽວຂ້ອງກັບການກໍ່ສ້າງໂຄງການ, ອໍານວຍຄວາມສະດວກກ່ຽວກັບເອກະສານສົ່ງອອກ, ນໍາເຂົ້າວັດສະດຸ, ອຸປະກອນ, ພາຫະນະຮັບໃຊ້ ໃນການປະຕິບັດໂຄງການ, ຄຸ້ມຄອງຄຸນນະພາບ, ຈັດຕັ້ງການກວດກາ, ຮັບຮອງ ແລະ ຢັ້ງຢືນຜົນການປະຕິບັດໃຫ້ຖືກຕ້ອງຕາມເອກະສານການອອກແບບທີ່ໄດ້ອະນຸມັດ, ສຳລັບເຈົ້າຂອງໂຄງການຝ່າຍຫວຽດນາມ: ສ້າງແຜນງົບປະມານລົງທຶນໂຄງການທັງໝົດໃນແຕ່ລະປີ, ໃນນັ້ນໃຫ້ໄຈ້ແຍກລະອຽດກ່ຽວກັບທຶນຊ່ວຍເຫຼືອ, ທຶນສົມທົບ ສອດຄ່ອງກັບການອອກແບບທີ່ໄດ້ອະນຸມັດ ແລະ ຄວາມຄືບໜ້າໃນການກໍ່ສ້າງ, ຈັດຕັ້ງປະຕິບັດໂຄງການ ລວມທັງການຈັດຕັ້ງການປະມູນ, ເຊັນສັນຍາປະຕິບັດໂຄງການກັບຜູ້ຮັບເໝົາຕ່າງໆ, ກວດກາຮັບຮອງຢັ້ງຢືນບໍລິມາດໜ້າວຽກທີ່ສຳເລັດຕາມຄວາມຄືບໜ້າຕົວຈິງຂອງສັນຍາ, ສົມທົບກັບເຈົ້າຂອງໂຄງການຝ່າຍລາວໃນການກວດກາການປະຕິບັດສັນຍາກໍ່ສ້າງ, ຕິດຕັ້ງ ແລະ ສ້າງບົດລາຍງານສະພາບການປະຕິບັດໂຄງການ, ຈັດຕັ້ງການກວດກາທັງໝົດ ແລະ ມອບ-ຮັບໂຄງການໃຫ້ອົງການຮັບຜິດຊອບຂອງລາວເພື່ອຄຸ້ມຄອງ, ນໍາໃຊ້ ພາຍຫຼັງສຳເລັດການກໍ່ສ້າງ. ເຊິ່ງຄາດວ່າໂຄງການດັ່ງກ່າວ ຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນລະຫວ່າງປາຍປີ 2025 ຫາຕົ້ນປີ 2026 ແລະ ຄາດວ່າການກໍ່ສ້າງສຳເລັດໃນປີ 2028.




