ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ-ກວາງບິ່ງ ແລກປ່ຽນບົດຮຽນດ້ານວັດທະນະທໍາ

Oct 22, 2024

ວັນທີ 21 ຕຸລາ 2024 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ຄະນະຜູ້ແທນພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ສປປ ລາວ ແລະ ຄະນະຜູ້ແທນ ພະແນກ ວັດທະນະທໍາ ແລະ ກິລາ ແຂວງກວາງບິ່ງ ສສ ຫວຽດນາມ, ພະແນກ ຖວທ ແຂວງ ຄໍາມ່ວນ ນໍາໂດຍ ທ່ານ ໄຊສົມບູນ ສຸວັນດາລາ ກໍາມະການພັກແຂວງ, ຫົວໜ້າພະແນກ ເປັນຫົວໜ້າຄະນະ, ຝ່າຍພະແນກວັດທະນະທຳ ແລະ ກິລາ ແຂວງ ກວາງບິ່ງ ນໍາໂດຍ ທ່ານ ນາງ ຫງວ້ຽນ ທິ້ ບິກ ທຸ່ຍ ກໍາມະການພັກແຂວງ, ຫົວໜ້າພະແນກ ເປັນຫົວໜ້າຄະນະ, ພ້ອມດ້ວຍບັນດາຄະນະນໍາ ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ໄຊສົມບູນ ສຸວັນດາລາ ໄດ້ກ່າວສະແດງຄວາມ ຕ້ອນຮັບຄະນະຜູ້ແທນ ພະແນກວັດທະນະທຳ ແລະ ກິລາ ແຂວງກວາງບິ່ງທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມ ກັບ ພະແນກ ຖວທ ແຂວງຄຳມ່ວນ, ໂອກາດນີ້ ສອງຝ່າຍຜັດປ່ຽນກັນແຈ້ງ ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນະທໍາໃຫ້ກັນຊາບ ໂດຍໄດ້ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພັດທະນາຂອງຂົງເຂດວັດທະນະທຳ ສອງແຂວງ ຄໍາມ່ວນ-ກວາງບິ່ງ, ທັງໄດ້ປຶກສາຫາລືແລກປ່ຽນບົດຮຽນດ້ານຕ່າງໆ ໃນຂົງເຂດວຽກງານວັດທະນະທໍາ ສອງແຂວງ, ບົນຈິດໃຈມິດຕະພາບ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືໃນຕໍ່ໜ້າຄື: ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງພະແນກ ແລະ ຜັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມໝູນວຽນທຸກໆ 2 ປີ/ຄັ້ງ; ເພີ່ມທະວີການຮ່ວມມື ແລະ ແລກປ່ຽນປະສົບການໃນການຄຸ້ມຄອງວຽກງານວັດທະນະທໍາ, ແລກປ່ຽນການສະແດງສິລະປະ ວັນນະຄະດີ ໃນພິທີສະເຫຼີມສະຫຼອງວັນສຳຄັນຕ່າງໆທາງປະຫວັດສາດ ຂອງສອງຊາດ ແລະ ສະຫຼອງວັນສໍາຄັນຂອງສອງແຂວງ, ຕະຫຼອດຮອດວຽກຄຸ້ມຄອງ, ອະນຸລັກ ແລະ ການສົ່ງເສີມຄຸນຄ່າມໍລະດົກວັດທະນະທໍາ (ລວມທັງມໍລະດົກທີ່ເປັນຮູບປະທຳ ແລະ ນາມມະທຳ), ການຄຸ້ມຄອງ, ການກວດກາຜະລິດຕະພັນວັດທະນະທໍາຂ້າມຊາຍແດນ ແລະ ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄີ, ພິເສດແມ່ນກຸ່ມບ້ານແຮກສ່ຽວຂອງແຂວງ ຄຳມ່ວນ- ກວາງບິ່ງ ແລະ ສືບຕໍ່ປະສານສົມທົບຊ່ວຍ ເຫຼືອການສະເໜີໃຫ້ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ສ ປ ປ ລາວ ເປັນມໍລະດົກໂລກຮ່ວມຊາຍແດນ ກັບ ປ່າສະຫງວນແຫ່ງຊາດ ຟອງຍາແກບ່າງ ສສ ຫວຽດນາມ.
ເປັນກຽດລົງນາມເຊັນບົດບັນທຶກການພົວພັນຮ່ວມມືໃນຄັ້ງນີ້ ໂດຍ ທ່ານ ໄຊສົມ ບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄໍາມ່ວນ ແລະ ທ່ານ ນາງ ຫງວ້ຽນ ທິ້ ບິກ ທຸ່ຍ ຫົວໜ້າພະແນກ ວັດທະນະທໍາ ແລະ ກິລາແຂວງກວາງບິ່ງ ໂດຍມີຄະນະຜູ້ແທນທັງສອງຝ່າຍຮ່ວມເປັນສັກຂີພະຍານ.
ຂ່າວ : ມະນີວັນ