ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ກຽມຈັດງານເທສະການອາຫານ ແລະ ວາງສະແດງ-ຈໍາໜ່າຍສິນຄ້າ ໃນໂອກາດປີທ່ອງທ່ຽວລາວ 2024

Sep 15, 2024

ແຂວງຄໍາມ່ວນ ກຽມຈັດງານງານເທສະການອາຫານ ແລະ ວາງສະແດງ – ຈໍາໜ່າຍສິນຄ້າ ໃນໂອກາດປີທ່ອງທ່ຽວລາວ 2024 ໃນລະຫວ່າງວັນທີ 1-5 ພະຈິກ 2024 ທີ່ເມືອງທ່າແຂກ ຕໍ່ໜ້າໂຮງຮຽນມັດທະຍົມຕອນປາຍ ທ່າແຂກ.
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 13 ກັນຍາ ນີ້ ທີ່ຫ້ອງປະຊຸມເຮືອນຮັບແຂກເບີ 1 ແຂວງຄໍາມ່ວນ ວ່າ: ພາຍໃນງານຈະມີຫຼາກຫຼາຍກິດຈະກໍາ ເປັນຕົ້ນແມ່ນ: ກິດຈະກໍາການແຂ່ງ ຂັນກິລາ, ປະກວດຊຸດຊົນເຜົ່າ, ປະກວດອາຫານເອກະລັກແຕ່ລະທ້ອງຖິ່ນ ແລະ ສະ ແດງສິລະປະວັນນະຄະດີ ຢູ່ເທດສະບານເມືອງ; ນອກນັ້ນ ກໍຍັງໄດ້ເຊີນຜູ້ປະກອບການຈາກປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາແຂວງໃນທົ່ວປະເທດ ເຂົ້າຮ່ວມງານປະມານ 105 ຮ້ານ ເປັນຕົ້ນຜູ້ປະກອບການຈາກຕ່າງແຂວງ 40 ຮ້ານ, ສສ ຫວຽດນາມ 25 ຮ້ານ ແລະ ຈາກຣາຊາອະນາຈັກໄທ 40 ຮ້ານ ເພື່ອເປັນການສົ່ງເສີມ, ໂຄສະນາ ແລະ ດຶງດູດການຄ້າ, ການລົງທຶນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ສ້າງແຮງກະຕຸ້ນເສດຖະກິດຢູ່ພາຍໃນປະເທດກໍຄືແຂວງຄໍາມ່ວນໃຫ້ມີຄວາມເຂັ້ມແຂງລວມທັງການສົ່ງເສີມບັນດາກຸ່ມຜູ້ປະກອບການ, ກຸ່ມຜະລິດ, ຜະລິດຕະພັນພາຍໃນສາມາດໂຄສະນາຂາຍສິນຄ້າຂອງຕົນເອງ ແລະ ຈັບຄູ່ທຸລະກິດກັບຜູ້ປະກອບການ ທີ່ເຂົ້າຮ່ວມງານ. ງານເທສະການອາຫານ ແລະ ວາງສະແດງ-ຈໍາໜ່າຍສິນຄ້າຄັ້ງນີ້ຈະເປັນເວທີອັນສໍາຄັນ, ຊ່ວຍຊຸກຍູ້, ສົ່ງເສີມການພັດທະນາສິນຄາລາວ ແລະ ອາຫານລາວ ໂດຍສະເພາະການອອກແບບ, ການຕົບແຕ່ງອາຫານພື້ນ ເມືອງລາວເຮົາທີ່ມີເອກະລັກ, ມີຄວາມແຊບ ແລະ ດີຕໍ່ສຸຂະພາບຢູ່ແລ້ວ ໃຫ້ກາຍເປັນເມນູທີ່ມີຄວາມໂດດເດັ່ນ, ຕົບແຕ່ງສວຍງາມຍິ່ງຂຶ້ນ, ມີການພັດທະນາຍີ່ຫໍ້ ແລະ ສ້າງຊື່ສຽງໂດ່ງດັງໃຫ້ແກ່ອາຫານລາວໃນເວທີພາກພື້ນ ແລະ ສາກົນເທື່ອລະກ້າວ.
ໃນໂອກາດຖະແຫລງຂ່າງຄັ້ງນີ້ ມີຫຼາຍພາກສ່ວນກໍໄດ້ໃຫ້ການອຸປະຖໍາກໍງານດັ່ງກ່າວມີດັ່ງນີ້: ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ 220 ລ້ານກີບ, ບໍລິສັດ ເບຍລາວ 150 ກີບ, ບໍລິສັດ ພະນົມພອນການຄ້າ ຂາອອກ-ຂາເຂົ້າ ຈໍາກັດ 50 ລ້ານກີບ, ໂຮງງານຜະລິດນໍ້າດື່ມພົງເທບ 40 ລ້ານກີບ, ໂຮງງານ MCS ມາຍນິງ ອິນດາສ ທຣີລາວ 20 ລ້ານກີບ, ບໍລິສັດອຸດົມສົມບູນການຄ້າ ແລະ ຂົນສົ່ງຜ່ານແດນ ຈໍາກັດຜູ້ດຽວ 20 ລ້ານກີບ, ບໍລິສັດ ວົງວາລິນການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ 20 ລ້ານກີບ, ບໍລິສັດວີພີ ກຣຸບຈໍາກັດຜູ້ດຽວ 10 ລ້ານກີບ, ບໍລິສັດ JLV 10 ລ້ານກີບ ແລະ ອື່ນໆ.
May be an image of 6 people, dais and text