ທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ (ສກຂ ) ແຂວງຄໍາມ່ວນ ໃຫ້ສໍາພາດຕໍ່ຜູ້ສື່ຂ່າວຂອງແຂວງຄໍາມ່ວນໃນຕອນ ເຊົ້າຂອງວັນທີ 3 ທັນວາ 2024 ນີ້ວ່າ: ແຂວງຄໍາມ່ວນ ກຽມສົ່ງ 12 ປະເພດກິລາ ຫລື ກິລາທຸກປະເພດທີ່ມີແຂ່ງຂັນໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະ ຫວ່າງວັນທີ 13 – 22 ທັນວາ 2024 ປະກອບມີ:ບານເຕະຊາຍ-ຍິງ , ບານສົ່ງໃນຮົ່ມຊາຍ-ຍິງ , ບານສົ່ງຫາດຍິງ-ຊາຍ , ແລ່ນ-ລານຊາຍ-ຍິງ , ເປຕັງຊາຍ-ຍິງ , ດອກປີກໄກ່ຊາຍ-ຍິງ , ໜ້າເກັກຊາຍ-ຍິງ , ໝາກແລ້ຊາຍ-ຍິງ , ໝາກເສິກຊາຍ-ຍິງ , ບານບ້ວງຊາຍ , ກະຕໍ້ຊາຍ-ຍິງ ແລະ ເທຄວັນໂດ້ຊາຍ-ຍິງ ໂດຍມີຄະນະນໍາ , ຄູຝຶກ ແລະ ນັກກິລາໃນຊຸດນີ້ລວມມີທັງໝົດ 274 ຄົນ , ຄາດຫວັງສູ້ຊົນໃຫ້ໄດ້ຫຼຽນ 14 ຫຼຽນຄໍາ 14 ຫຼຽນເງິນ ແລະ 15 ຫຼຽນທອງ 15 ຫຼຽນ, ສ່ວນວ່າປະເພດກິລາທີ່ມີການຄາດຫວັງໄດ້ຫຼຽນຄໍາຫຼາຍທີ່ສຸດແມ່ນເທຄວັນໂດ້ , ດອກປີກໄກ່ , ເປຕັງ , ແລ່ນ-ລານ , ບານເຕະຍິງ.
ສໍາລັບຜົນງານການເຂົ້າຮ່ວມງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VI ທີ່ແຂວງບໍລິຄໍາໄຊເປັນເຈົ້າພາບໃນ 2017 ໄດ້ສົ່ງເຂົ້າຮ່ວມ 8 ປະ ເພດ, ມີນັກກິລາ 152 ຄົນ , ຍິງ 66 ຄົນຕະຫຼອດເຖິງຄະນະນໍານັກກິລາ ແລະ ຄູຝຶກເຊິ່ງແຂວງຄໍາມ່ວນແມ່ນສາມາດຍາດມາໄດ້ 4 ຫຼຽນຄໍາ , 8 ຫຼຽນເງິນ , 15 ຫຼຽນທອງລວມທັງໝົດ 27 ຫຼຽນ , ຈັດຢູ່ໃນອັນດັບທີ 10 ຂອງທົ່ວປະເທດ.






