ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ຈັດກິດຈະກຳຂີ່ລົດຖີບ ໃນໂອກາດຈັດງານເທສະການອາຫານ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ 3 ປະເທດ

Nov 13, 2024

ງານເທສະການອາຫານ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ 3 ປະເທດ ລາວ-ໄທ-ຫວຽດນາມ ປະຈຳປີ 2024 ຈັດຂຶ້ນໃນລະຫວ່າງວັນທີ 13-17 ພະຈິກ 2024 ທີ່ຂອບ ເຂດສອງຟາກທາງຂອງໂຮງຮຽນ ມໍປາຍທ່າແຂກ ນັບແຕ່ໜ້າໂບດກາໂຕລິກ-ທະນາຄານສົ່ງເສີມກະສິກໍາ ໄປຮອດໜ້າທາງເຂົ້າໂຮງໝໍ ແຂວງຄໍາມ່ວນ.
ໃນນັ້ນການຊີ່ລົດຖີບ ແມ່ນນອນຢູ່ໃນໜຶ່ງກິດຈະກຳຂອງງານດັ່ງກ່າວ ເຊິ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2024 ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍປະຊາຊົນຜູ້ທີ່ມັກຮັກກິລາຂີ່ລົດຖີບຈາກແຂວງຄໍາມ່ວນ ແລະ ຈາກຣາຊະອານາຈັກໄທ ຈຳນວນໜຶ່ງເຂົ້າຮ່ວມ.
ໂດຍເລີ່ມຕົ້ນຂີ່ອອກຈາກ ຈຸດຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ອອກໄປທາງສີ່ແຍກໄຟແດງພະແນກກສຶກສາທິການ ແລະ ກິລາແຂວງ ລ້ຽວຂວາໄປຫາວົງ ວຽນຫຼັກ 2 ອອກຫາສາມແຍກບ້ານໂພນພິມ ລ້ຽວຊ້າຍອອກໄປສີ່ແຍກຫຼັກ 4 ແລະ ລ້ຽວຊ້າຍກັບມາຫາວົງວຽນຫຼັກ 2 ລົງໄປຕາມເສັ້ນທາງຜ່ານໜ້າຫ້ອງວ່າການແຂວງ ຮອດແຍກໄຟແດງທ່າແຂກໃໝ່ ແລ້ວລ້ຽວຊ້າຍກັບມາຂອບເຂດຈັດງານ ລວມໄລຍະທາງປະມານ 10 ກວ່າກິໂລແມັດ.
ທີ່ມາ: Medialaos