ໃນຕອນເຊົ້າວັນທີ 15 ເມສາ 2026 ການນໍາແຂວງຄໍາມ່ວນ ຮ່ວມກັບ ສະຫະພັນກິລາລົດຖີບແຂວງຄໍາມ່ວນ ຈັດກິດຈະກຳຂະບວນຂີ່ລົດຖີບສົງພຣະ 9 ວັດ” ພາຍໃນເທສະບານເມືອງທ່າແຂກ, ເນື່ອງໃນໂອກາດງານບຸນປີໃໝ່ລາວ ປະຈໍາປີ ພສ 2569. ທ່າມກາງບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ໂດຍມີ ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ບັນດາການນໍາແຂວງ, ນັກກິລາລົດຖີບ ແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ເດດສັກດາ ມະນີຄໍາ ໄດ້ກ່າວມີຄໍາເຫັນວ່າ : ກິດຈະກຳນີ້ມີຈຸດປະສົງ ເພື່ອສ້າງບັນຍາກາດຟົດຟື້ນ ໃນບຸນປີໃໝ່ລາວ ພສ 2569 ທັງ ເປັນການອະນຸລັກວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງລາວ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແລະ ຫຼຸດຜ່ອນການໃຊ້ນໍ້າມັນໃນການຂີ່ລົດຖີບໄປສົ່ງພຣະ. ຂະບວນລົດຖີບໄດ້ ເລີ່ມເຕົ້າໂຮມທີ່ເດີ່ນຫ້ອງວ່າການເມືອງທ່າແຂກ ແລະ ເຄື່ອນຂະບວນໄປຕາມເສັ້ນທາງວັດສໍາຄັນ 9 ແຫ່ງ ເຊັ່ນ ; ວັດນາເມືອງ, ວັດຫ້ວຍນາງລີ້, ວັດນາໂບ, ວັດກາງ, ວັດຈອມແຈ້ງ, ວັດເກົ້າລ້ຽວ, ວັດດອນມະໄຫຼ, ວັດຊຽງຍືນ(ມ່ວງສຸມ) ແລະ ວັດພຣະທາດສີໂຄດຕະບອງເປັນອັນສີ້ນສຸດຂະບວນ.

ການຈັດກິດຈະກຳຂີ່ລົດຖີບສົງພຣະ 9 ວັດໃນຄັ້ງນີ້ ບໍ່ພຽງແຕ່ສົ່ງເສີມສຸຂະພາບ ແລະ ການຫຼິ້ນກິລາ ແຕ່ຍັງເປັນການສືບສານປະເພນີ ແລະ ສ້າງຄວາມສາມັກຄີໃນສັງຄົມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.



