ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ຕ້ອນຮັບວັນແມ່ ຍິງສາກົນຄົບຮອບ 115 ປີ

Mar 1, 2025

ແຂວງຄໍາມ່ວນ ກິດຈະກໍາຂີ່ລົດຖີບເພື່ອສຸຂະພາບໃນການ ສ້າງຂະບວນການຂໍ່ານັບຮັບຕ້ອນວັນແມ່ຍິງສາກົນຄົບຮອບ 115 ປີ ( 08 /03/1910 – 08/03/2025 ) ພາຍໃຕ້ຄໍາຂວັນທີ່ວ່າ: “ສິດທິ , ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ ” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ກຸມພາ 2025 ຢູ່ທີ່ຫໍຈາລຶກມູນເຊື້ອປະຫວັດສາດ 21 ມີນາ 1946 ( ນໍ້າພຸ ) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ,ປະທານສະພາປະຊາຊົນແຂວງຄໍາມ່ວນ.
ສໍາລັບຂະບວນຂີ່ລົດຖີບ ແມ່ນເລີ່ມຈາກຫໍຈາລຶກ 21 ມີນາ ຊື່ໄປຕາມເສັ້ນທາງອານຸວົງຜ່ານບ້ານຈອມແຈ້ງ-ເກົ້າລ້ຽວສູ່ພຣະທາດສີໂຄດຕະບອງ (ແຄມຂອງ) ແລ້ວຖ່າຍຮູບລວມ .
ຫຼັງຈາກນັ້ນຂີ່ກັບຄືນມາຕາມເສັ້ນທາງເລກທີ 11 ເຂົ້າສູ່ຕົວ ເມືອງຜ່ານບ້ານເລົ່າໂພໄຊຮອດ 4 ແຍກໄຟແດງ ( ພະແນກສຶກ ສາທິການ ແລະ ກິລາແຂວງ ) ແລ້ວລ້ຽວຂວາຊື່ໄປຫາຕາມຖະ ໜົນກຸວໍລະວົງຮອດວົງວຽນຫຼັກ 2 ແລ້ວລ້ຽວຊ້າຍໄປຕາມຖະ ໜົນວຽງຈັນ ( ຜ່ານຫ້ອງວ່າການແຂວງ ) ໄປຮອດໂຮງແຮງຣີເວີເຣຍ ແລ້ວລ້ຽວຊ້າຍຊື່ໄປຕາມຖະໜົນສິງກະໂປ ສີໂຄດຈຸນລະມະນີໄປຮອດຈຸດປ່ອຍລົດຄືຫໍຈາລຶກມູນເຊື້ອປະຫວັດສາດ 21 ມີນາ 1946 ເປັນອັນສໍາເລັດກິດຈະກໍາ.
ທີ່ມາ: khammouaneNews