ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ປູກພືດລະດູແລ້ງໄດ້ແລ້ວ 5,083 ເຮັກຕາ

Jan 7, 2025

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນ ໃຫ້ຮູ້ວ່າ:ໃນລະດູການປູກພືດລະດູແລ້ງ ສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ .
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ ມາຮອດປັດຈຸບັນສາມາດປູກພືດລວມໄດ້ແລ້ວ 6,269 ເຮັກຕາ ເທົ່າກັບ 60 % ຂອງເນື້ອທີ່ແຜນການ. ໃນນັ້ນ, ການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ 2,623 ເຮັກຕາ ຂອງເນື້ອທີ່ແຜນການ, ການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ 3,646 ເຮັກຕາ ເທົ່າກັບ 54 % ຂອງເນື້ອທີ່ແຜນການ. ສໍາລັບເມືອງທີ່ມີເນື້ອທີ່ປູກພືດລະດູແລ້ງຫຼາຍກວ່າໝູ່ ພາຍໃນແຂວງຄໍາມ່ວນ ປະກອບມີເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນ ຕາມລໍາດັບ .
ທີ່ມາ: ຂ່າວຄໍາມ່ວນ