ຄໍາມ່ວນ ລະນຶກເຫດການປະຫວັດສາດ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ

ການນໍາແຂວງຄໍາມ່ວນ ຮ່ວມກັບເມືອງທ່າແຂກ ຈັດກິດຈະກຳ ເພື່ອລະນຶກເຫດການປະຫວັດສາດ ບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ (21 ມີນາ 1946) ຂຶ້ນໃນວັນທີ 19 ມີນາ 2025 ຢູ່ຫໍຈາລຶກປະຫວັດສາດ 21 ມີນາ 1946 ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍ ບັນດາການນຳຂອງແຂວງ, ເມືອງ, ພຣະເຖລານຸເຖລະ, ຜູ້ປະກອບການ ຄ້າຂາຍ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຄໍາມ່ວນເຂົ້າຮ່ວມ.
ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງໆທ່າແຂກ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້ ໄດ້ມີການຕັ້ງກອງບຸນ ແລະ ຕະຫລາດນັດວາງສະແດງຈໍາໜ່າຍສິນຄ້າ ຂອງບັນດາເມືອງ, ພໍ່ຄ້າຊາວຂາຍ, ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ເພື່ອເປັນການລະນຶກເຖິງບຸນຄຸນ, ຄຸນງາມຄວາມດີ ທີ່ບັນພະບູລຸດໄດ້ເສຍສະຫລະຊີວິດເລືອດເນື້ອ ເຂົ້າໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ເຊິ່ງປີນີ້ແມ່ນຄົບຮອບ 79 ປີແຫ່ງການສູນເສຍ ຕິດພັນກັບການຈັດກິດຈະກໍາ ສົ່ງເສີມດ້ານສິລະປະ-ວັນນະຄະດີ, ການຂັບລຳ. ພ້ອມນີ້, ໃນຕອນເຊົ້າຂອງວັນທີ 20 ມີນາ 2025 ກໍໄດ້ມີການຕັກບາດຖວາຍສັງຂະທານ ແດ່ພະສົງ ຈໍານວນ 21 ອົງ.
ການຕັ້ງກອງບຸນຄັ້ງນີ້ ເພື່ອອຸດທິດບຸນກຸສົນເຖິງດວງວິນຍານນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າທີ່ເສຍສະຫລະຊີວິດເລືອດເນື້ອ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ເຊິ່ງແມ່ນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ບັ້ນຮົບດັ່ງກ່າວແມ່ນເປັນບັ້ນຮົບໜຶ່ງ ທີ່ມີຄວາມໝາຍສໍາຄັນຕໍ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ ຈາກອິດທິກໍາລັງຂອງຈັກກະພັດຜູ້ຮຸກຮານ ເວົ້າສະເພາະ, ເວົ້າລວມ ກໍຄືປະຊາຊົນລາວບັນດາເຜົົ່າໃນທົ່ວປະເທດ. ພ້ອມນີ້, ຍັງເປັນການສືບທອດມູນເຊື້ອປະເພນີອັນດີງາມຂອງຊາດ ເພື່ອແນໃສ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າເມືອງທ່າແຂກ ກໍຄືແຂວງຄຳມ່ວນ ໄດ້ຈາລຶກເຖິງເຫດການສຳຄັນດັ່ງກ່າວໄວ້ຕະຫລອດໄປ.
ຂ່າວ: ມະນີວັນ





