ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ສະໜັບສະໜູນກອງປະຊຸມໄອປາ 1 ຕື້ກວ່າກີບ

Oct 2, 2024

(1.10.24) ທີ່ສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ນໍາເງິນສົດ 1 ຕື້ກີບ ແລະ ເສື້ອ 500 ຜືນ, ລວມມູນຄ່າ 1 ຕື້ກວ່າກີບມອບໃຫ້ສະພາແຫ່ງຊາດ ເພື່ອປະກອບສ່ວນສະໜັບສະໜູນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45.
ກ່າວຮັບໂດຍ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ. ມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າທັງສອງພາກສ່ວນດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ: ນາງ ສຸມົນທາ ງາໄຊ