ພິທີເປີດຂະບວນການຜະລິດລະດູແລ້ງປີ 2024-2025 ໂດຍສະເພາະແມ່ນວັນ ຊົນລະປະທານແຫ່ງຊາດວັນທີ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ 11 ພະຈິກ ແລະ ວັນດິນໂລກ 5 ທັນວາ ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2024 ທີ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ການເປີດຂະບວນການຜະລິດລະດູແລ້ງປີ 2024-2025 ຄັ້ງນີ້ ບັນດາການນໍາທີ່ເຂົ້າຮ່ວມແມ່ນໄດ້ພ້ອມກັນສັກຢາປ້ອງກັນພະຍາດສັດ ແລະ ຕິດຕາມເບິ່ງການໄຖປີ້ນດິນປົກຕໍເພືອງ. ຈາກນັ້ນໄດ້ເຂົ້າຮ່ວມພິທີເປີດຂະບວນການຜະລິດລະດູແລ້ງ. ໃນວາລະພິທີທ່ານ ຄໍາພອນ ສີກຸມພົນ ເຈົ້າເມືອງໜອງບົກ ກໍ່ໄດ້ກ່າວຕ້ອນຮັບບັນດາການນຳຂັ້ນແຂວງ, ຂັ້ນເມືອງ ແລະ ພາກ ສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມໃນພິທີ ຈາກນັ້ນທ່ານ ເດດສັກດາ ມະ ນີຄໍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານປະຫວັດຄວາມເປັນມາຂອງວັນເປີດຂະບວນການຜະລິດລະດູ ແລ້ງ, ລາຍງານບັນດາໂຄງການຊົນລະປະທານໃນທົ່ວແຂວງທີ່ມີຢູ່ ແລະ ສາມາດນໍາໃຊ້ໄດ້ໃນປະຈຸບັນ, ຄວາມສາມາດໃນການສະໜອງນໍ້າ ແລະ ແຜນການສະໜອງນໍ້າໃນລະດູແລ້ງ ປີ 2024-2025, ຄຸນປະໂຫຍດໃນການປັບປຸງດິນ (ການໄຖປີ້ນດິນປົກຕໍເຟືອງ) ແລະ ການສັກຢາກັນພະຍາດສັດ.
ໃນ ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວມີຄຳເຫັນ ເຊິ່ງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ໄດ້ສຸມໃສ່ທຳການຜະລິດ ປູກຝັງ-ລ້ຽງສັດ ເພື່ອເປັນສະບຽງອາ ຫານ ແລະ ກາຍເປັນສິນຄ້າ ເພື່ອທົດແທນການນຳເຂົ້າ, ມີການຮຽນຮູ້ເອົາເຕັກນິວິຊາການອັນໃໝ່ເຂົ້າມາທຳການຜະລິດ, ນອກ ຈາກການປູກເຂົ້າແລ້ວ ກໍ່ໃຫ້ມີການຄິດຄົ້ນ ປູກພືດຊະນິດອື່ນໆ ທີ່ສາມາດຕອບສະໜອງທາງດ້ານຜົນຜະລິດທີ່ສູງຂຶ້ນ, ຮຽກ ຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ, ແນະນຳທາງດ້ານເຕັກນິກອັນໃໝ່, ການບົວລະບັດຮັກສາ, ປ້ອງກັນພະຍາດ ພືດ, ພະຍາດສັດລ້ຽງ ລວມເຖິງການປັບປຸງດິນ ດ້ວຍການໄຖປີ້ນປົກຕໍເຟືອງ ຫຼື ການໃສ່ຝຸ່ນຄອກ ທີ່ສາມາດຫາໄດ້ຢູ່ໃນທ້ອງຖິ່ນ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ປັບປຸງດິນໃຫ້ມີຄວາມອຸດົມສົມບູນ ເຮັດໃຫ້ຜົນຜະ ລິດມີປະສິດທິພາບ ແລະ ປະສິດທີຜົນສູງ ແນໃສ່ຮັບປະກັນການສະໜອງສະບຽງອາຫານໃຫ້ພຽງພໍ ແລະ ຜະລິດເປັນສິນຄ້າ ທີ່ມີຄຸນນະພາບ, ມີຄວາມປອດໄພຕໍ່ຜູ້ບໍລິໂພກ ທັງເປັນການ ສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍອຸດສາຫະກຳປຸງແຕ່ງ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ.
ທີ່ມາ: Medialaos





