ພິທີເປີດງານຕະຫຼາດນັດແຮງງານ ຂອງແຂວງຄຳມ່ວນ ຈັດຂຶ້ນລະຫວ່າງວັນທີ 24-25 ທັນວາ 2024 ທີ່ໂຮງແຮມທ່າແຂກໃໝ່ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີການບັນນຳຂອງແຂວງ, ເມືອງ, ຄະນະກຳມະການແຮງງານຂັ້ນແຂວງ, ແຂກຖືກເຊີນ ຕະຫຼອດຮອດນັກຮຽນ-ນັກສຶກສາເຂົ້າຮ່ວມ.
ຈຸດປະສົງໃນການຈັດງານຕະຫຼາດນັດແຮງງານໃນຄັ້ງນີ້ແມ່ນ ເປັນການເປີດກວ້າງຂໍ້ມູນຂ່າວສານ ລະຫວ່າງພາກສ່ວນທີ່ເຮັດໜ້າທີ່ສ້າງບຸກຄະລາກອນແຮງງານ ກັບຜູ້ທີ່ຕ້ອງການນໍາໃຊ້ແຮງງານ ໄດ້ມາພົບປະປຶກສາຫາລືຮ່ວມກັນ, ເປີດໂອກາດໃຫ້ຜູ້ອອກແຮງງານທີ່ກຳລັງຊອກວຽກເຮັດງານທຳໄດ້ເຂົ້າເຖິງຕະຫຼາດແຮງງານໂດຍກົງ ແລະ ມີໂອກາດເລືອກວຽກເຮັດງານທຳ ທີ່ເໝາະສົມກັບຄວາມຮູ້-ຄວາມສາມາດຂອງຕົນເອງ. ສຳລັບແຮງງານທີ່ມີຈຸດປະສົງຢາກໄປອອກແຮງງານຢູ່ຕ່າງປະເທດ ຈະໄດ້ຮັບຮູ້ ແລະ ເຂົ້າເຖິງ ສິດ ພາລະບົດບາດ ການໄປອອກແຮງງານແບບຖືກຕ້ອງຕາມກົດໝາຍ ເພື່ອຫຼີກລ້ຽງການຖືກຂູດຮີດແຮງງານ ກ້າວໄປເຖິງການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ແລະ ຜູ້ທີ່ມີຈຸດປະສົງຈະສຶກສາຮຽນຕໍ່ໃນລະບົບການສຶກສາ ໃນສະຖາບັນວິຊາຊີບຕ່າງໆ ຈະໄດ້ຮັບຮູ້ຂໍ້ມູນແນວໂນ້ມຄວາມຕ້ອງການແຮງງານຂອງຕະຫຼາດແຮງງານ ໃນປະຈຸບັນ ແລະ ອະນາຄົດ.
ໂອກາດນີ້ ຍັງໄດ້ລົງນາມເຊັນບົດບັນທຶກ ລະຫວ່າງ ພາກລັດ ກັບ ບັນດາບໍລິສັດ ໃນການຮ່ວມມືກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ທ່ຽວຊົມບູດວາງສະແດງ ແລະ ເປີດຮັບສະໝັກງານ, ການສຳພາດ ແລະ ຄັດເລືອກແຮງງານເຂົ້າເຮັດວຽກກັບທີ່, ສະເໜີຜະລິດຕະພັນຜູ້ເຂົ້າຮ່ວມບູດ ແລະ ທົດລອງການຂຽນປະຫວັດສະໝັກງານ. ເຊິ່ງມີບັນດາບໍລິສັດ, ຫົວໜ່ວຍແຮງງານ, ໂຄງການລົງທຶນ, ບໍລິສັດຈັດຫາງານ ທີ່ໄດ້ຮ່ວມຕັ້ງບູດໂຄສະນາຮັບສະໝັກງານຢ່າງຫຼວງຫຼາຍ.
ທີ່ມາ: khammouane News







