ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ເປີດບັ້ນກວດສອບ ການຄຸ້ມຄອງເກັບລາຍຮັບຊັບສິນ ແລະ ຄຸ້ມຄອງການລົງທຶນຂອງລັດ

Jul 1, 2025

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດກອງປະຊຸມ ເປີດບັ້ນກວດສອບ ການຄຸ້ມຄອງລາຍຮັບຊັບສິນແຫ່ງລັດ (ສວຍສາອາກອນ, ພາສີ) ແລະ ຄຸ້ມຄອງການລົງທຶນຂອງລັດ ປະຈຳປີ 2024 ໃນວັນທີ 30 ມິຖຸນາ 2025 ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບ ປະຈໍາພາກກາງ 2 ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງໃນເປົ້າໝາຍຖືກກວດສອບ ແລະ ຄະນະທິມງານກວດສອບ ເຂົ້າຮ່ວມ.
ເນື້ອໃນທີ່ຈະດໍາເນີນການກວດສອບ ແມ່ນຈະລົງເລິກກວດສອບ ການຄຸ້ມຄອງການເຊົ່າ ແລະ ສໍາປະທານ ເປັນຕົ້ນ ຂັ້ນຕອນການອະນຸມັດ, ການເກັບລາຍຮັບຄ່າເຊົ່າ, ການມອບພັນທະເຂົ້າງົບປະມານ, ການດໍາເນີນກິດຈະການ ຕາມຈຸດປະສົງຂອງໂຄງການ, ການກຳນົດອັດຕາຄ່າເຊົ່າ, ເນື້ອທີ່, ອາຍຸສັນຍາ ແລະ ກວດສອບການຄຸ້ມຄອງໂຄງການ ລົງທຶນຂອງລັດ ເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການ, ການຢັ້ງຢືນໜ້າວຽກສໍາເລັດ, ການຊຳລະມູນຄ່າໂຄງການ ແລະ ການນໍາໃຊ້ເງິນຄຸ້ມຄອງບໍລິຫານໂຄງການ, ເຊິ່ງເປົ້າໝາຍຖືກກວດສອບໃນຄັ້ງນີ້ ປະກອບມີ: ພະແນກການເງິນ (ຂະແໜງຄຸ້ມຄອງຊັບສິນແຫ່ງລັດ), ສ່ວຍສາອາກອນປະຈໍາແຂວງ, ຫ້ອງການພາສີປະຈໍາແຂວງ, ດ່ານສາກົນຂົວມິດຕະພາບ 3, ດ່ານພາສີສາກົນນາເພົ້າ, ຄັງເງິນ; ພະແນກແຜນການ ແລະ ການລົງທຶນ; ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ພະແນກພະລັງງານ ແລະ ບໍ່ແຮ່; ພະແນກກະສິກໍາ ແລະ ປ່າໄມ້; ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໂດຍຈະໃຊ້ເວລາຈັດຕັ້ງປະຕິບັດ 25 ວັນ ຈົນຮອດວັນທີ 24 ກໍລະກົດ 2025.
ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງປະທານອົງການກວດສອບແຫ່ງລັດ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນໍາ ແລະ ຄະນະກວດສອບ; ຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຄະນະປະສານງານຮ່ວມເຮັດວຽກ ກັບຄະນະກວດສອບແຫ່ງລັດ, ຜ່ານແຜນການເຄື່ອນໄຫວ, ຮ່າງເນື້ອໃນບົດບັນທຶກການຕິດຕາມຊຸກຍູ້ການແກ້ໄຂ ຜົນການກວດສອບຂອງແຂວງຄໍາມ່ວນ ພ້ອມທັງການລົງນາມບົດບັນທຶກ ຜົນການຕິດຕາມຊຸກຍູ້ແກ້ໄຂ ຜົນກວດສອບ ລະຫວ່າງທ່ານ ຮອງເຈົ້າແຂວງຄໍາມ່ວນ ແລະ ປະທານອົງການກວດສອບປະຈໍາພາກກາງ 2.
ໂອກາດດັ່ງກ່າວ, ທ່ານ ສົມສະອາດ ອຸ່ນສີດາ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ຖືກກວດສອບ ເອົາໃຈໃສ່ອໍານວຍຄວາມສະດວກ ໃຫ້ການຮ່ວມມືດ້ວຍຄວາມຈິງໃຈ, ຊ່ວຍສະໜອງຂໍ້ມູນຄວາມຈິງ ໃຫ້ຄະນະທີມງານ, ເອົາໃຈໃສ່ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອເຮັດແນວໃດແນໃສ່ໃຫ້ການກວດສອບຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ລຸລ່ວງດ້ວຍດີ.
ຂ່າວ: ມະນີວັນ