ວັນທີ 1-7 ຕຸລານີ້, ງານຕະຫຼາດນັດການຄ້າ ແລະ ການທ່ອງທ່ຽວເຂດຊາຍແດນສິບສອງພັ່ນນາ ຄັ້ງທີ 25 ໄດ້ຈັດຂຶ້ນຢູ່ສະໜາມຫົດນ້ຳຂອງນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັ່ນນາ ແຂວງຢູນນານຂອງຈີນ, ໂດຍໄດ້ມີເຂດວາງສະແດງໃຫຍ່ສອງແຫ່ງ ຄື: ພາຍໃນ ແລະ ຕ່າງປະເທດ, ມີວິສາຫະກິດພາຍໃນ ແລະ ຕ່າງປະເທດ 149 ແຫ່ງເຂົ້າຮ່ວມ.
ງານຕະຫຼາດນັດຄັ້ງນີ້ແມ່ນຈັດພ້ອມກັນກັບ ເທດສະການສິລະປະວັດທະນະທຳ ປະເທດທີ່ຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃນຍາມພັກວັນຊາດຈີນ, ເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີທາງເລືອກທີ່ດີດ້ານການຫຼິ້ນກິນ ແລະ ທ່ຽວຊົມຫຼາຍກວ່າເກົ່າ.
ສຳລັບເຂດວາງສະແດງຕ່າງປະເທດແມ່ນຈັດຮ້ານວາງສະແດງຕາມປະເທດ ຄື: ລາວ, ມຽນມາ ແລະ ໄທເປັນຕົ້ນ, ເຮັດໃຫ້ຜູ້ເຂົ້າຊົມສາມາດຈັດຊື້ຜະລິດຕະພັນທີ່ມີເອກະລັກຂອງບັນດາປະເທດ ເຊັ່ນ: ກາເຟຫວຽດນາມ, ເຟີນີເຈີໄມ້ແດງ, ເບຍລາວ ແລະອື່ນໆ.
ເຂດວາງສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດ ແມ່ນເຂດສຳຜັດກັບການແພດແຜນເຜົ່າລື້ ແລະ ແລກເຄື່ອງໄຟຟ້າໃໝ່ດ້ວຍເຄື່ອງໄຟຟ້າເກົ່າ. ນອກຈາກນີ້, ອາຫານທີ່ມີຄຸນປະໂຫຍດບຳລຸງສຸຂະພາບ ຄື: ນ້ຳຫວານໝາກພລັມດຳ, ຊາບຳລຸງໝາກໄຂ່ຫຼັງແບບເຜົ່າລື້ ແລະ ເຂົ້າໜົມປັງແບບການແພດເຜົ່າລື້ເປັນຕົ້ນ ກໍໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງຫຼາຍເຊັ່ນດຽວກັນ.
ທີ່ມາ: CMG FM93







