ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານຕະຫຼາດນັດສິນເຊື່ອຂະແໜງທະນາຄານ ແລະສະຖາບັນການເງິນທີ່ບໍ່ແມ່ນທະນາຄານ

Jan 25, 2025

ງານຕະຫຼາດນັດສິນເຊື່ອຂະແໜງທະນາຄານ ແລະສະຖາບັນການເງິນທີ່ບໍ່ແມ່ນທະນາຄານ
ໃນວັນທີ 23 ມັງກອນ 2025, ທີ່ ທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງຫຼວງພະບາງ ໄດ້ຈັດງານຕະຫຼາດນັດສິນເຊື່ອຂະແໜງທະນາຄານ ແລະສະຖາ ບັນການເງິນທີ່ບໍ່ແມ່ນທະນາຄານຂຶ້ນ ໂດຍມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະ ຄອນຫຼວງພະບາງ, ທ່ານ ສຸກັນ ຈັນທະວົງ ຫົວໜ້າສາຂາທະນາຄານແຫ່ງສປປລາວພາກເໜືອແຂວງຫຼວງພະບາງພ້ອມດ້ວຍແຂກຖືກເຊີນ, ທະນາຄານທຸລະກິດ, ສະ ຖາບັນການເງິນ ແລະຫົວໜ່ວຍທຸລະກິດເຂົ້າຮ່ວມ.
ທ່ານ ສຸກັນ ຈັນທະວົງ ໃຫ້ກຽດກ່າວເປີດງານວ່າ: ຈຸດປະສົງຂອງງານຕະຫຼາດນັດສິນເຊື່ອ ແມ່ນເພື່ອໃຫ້ບັນດາທ່ານຜູ້ປະກອບການໄດ້ຮັບຮູ້ ແລະ ເຂົ້າໃຈລະອຽດຕື່ມກ່ຽວກັບນະໂຍບາຍສິນເຊື່ອ, ພ້ອມທັງເປັນການແລກປ່ຽນຂໍ້ມູນເຊິ່ງກັນ ແລະກັນ. ງານຕະຫຼາດນັດສິນເຊື່ອຄັ້ງນີ້ ຖືວ່າເປັນຄັ້ງທໍາອິດທີ່ໄດ້ລວມເອົາຜະລິດຕະພັນຂອງແຕ່ລະທະນາຄານ ແລະ ສະຖາບັນການເງິນ ມາໂຮມກັນ ເພື່ອໃຫ້ບັນດາທ່ານໄດ້ມາຢ້ຽມຊົມ ແລະ ສອບຖາມເຖິງລາຍລະອຽດຂໍ້ມູນຂອງແຕ່ລະຜະລິດຕະພັນ ບໍ່ວ່າຈະເປັນສິນເຊື່ອ ຫຼື ເງິນຝາກ. ນອກນັ້ນກໍໄດ້ວາງສະແດງຜະລິດຕະພັນການຜະລິດຂອງຫົວໜ່ວຍທຸລະກິດ ທີ່ເປັນລູກຄ້າຂອງທະນາຄານ ພ້ອມກັນນີ້ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກຮາກຖານທະນາຄານແຂວງຫຼວງພະບາງຄັ້ງທີ III ທີ່ຈະຈັດຂຶ້ນໃນມໍ່ໆນີ້.
ທ່ານກ່າວຕື່ມວ່າ: ວຽກງານສິນເຊື່ອ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ເປັນປັດໄຈຫຼັກໃນການ ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດໃຫ້ມີການຜະລິດ, ການຄ້າ ແລະ ບໍ ລິການ ເພື່ອທົດແທນການນໍາເຂົ້າ-ສົ່ງເສີມການສົ່ງອອກສິນຄ້າ ແລະ ບໍລິການ, ສ້າງວຽກເຮັດງານທຳ ແລະປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ມະຫາພາກທາງດ້ານການເງິນ-ເງິນຕາ ແລະພັດທະນາເສດຖະກິດແບບຍືນຍົງຢູ່ໃນຂອບເຂດທົ່ວປະເທດ.
ເຂົ້າຮ່ວມງານຄັ້ງນີ້ມີ 14 ສະຖາບັນການເງິນ ໃນນັ້ນ ມີ 09 ທະນາຄານທຸລະ ກິດ, ມີ 01 ທະນານະໂຍບາຍ ແລະ 4 ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ