ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານບຸນກຸ້ມເຂົ້າໃຫ່ຍ ໄຫ້ວຫໍຫຼັກເມືອງ ປະເພນີສືບສານ ຂອງຊາວເມືອງໂພນທອງ ແຂວງຈຳປາສັກ

Feb 1, 2025

ງານບຸນກອງເຂົ້າໃຫຍ່ ໄຫວຫໍຫຼັກເມືອງ ແມ່ນເປັນການສືບສານຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ ສະເພາະແມ່ນປະຊາຊົນບັນດາເຜົ່າເມືອງໂພນທອງ ທີ່ມີມາແຕ່ບູຮານນະການ ເປັນການເຕົ້າໂຮມຄວາມສາມັກຄີ ແລະ ກາບໄຫວ້ສິ່ງສັກສິດຄູ່ບ້ານ, ຄູ່ເມືອງ ເພື່ອຂໍພອນອັນປະເສີດປົກປ້ອງຄຸ້ມຄອງໃຫ້ຫ່າງໄກຈາກສິ່ງບໍ່ດີທັງຫຼາຍທັງປວງ.
ສໍາລັບງານບຸນປະເພນີກຸ່ມເຂົ້າໃຫ່ຍ (ກອງເຂົ້າໃຫຍ່) ໄຫ້ວຫໍຫຼັກເມືອງ ປະຈຳປີ 2025 ຢູ່ເມືອງໂພນທອງ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 31 ມັງກອນ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ບຸນທັນ ໄຊຍະແສງ ຮັກສາການເຈົ້າເມືອງໂພນທອງ, ພ້ອມນີ້ກໍມີເຈົ້ານະຄອນປາກເຊ, ພະແນກການຂອງແຂວງ,ບັນດາເມືອງ,ກຸ່ມບ້ານ ,ນາຍບ້ານ 71 ບ້ານ, ພ້ອມດ້ວຍມວນຊົນ ແລະ ປະຊາຊົນຊາວເມືອງໂພນທອງເຂົ້າຮ່ວມ.
ໃນພິທີໄດ້ຮັບຊົມຂະບວນແຫ່ຂອງກ້ອນກຳລັງຕ່າງໆຢ່າງຄຶກຄື້ນເປັນຕົ້ນ: ແມ່ນຂະບວນແຫ່ຂອງກ້ອນກຳລັງກອງຕຸລິຍານນ້ອງໆເຍົາວະຊົນ ຕໍ່ດ້ວຍນາງສາວຖືປ້າຍເປີດງານ ແລະ ຂະບວນແຫ່ຂອງກຸ່ມບ້ານທັງ 9 ກຸ່ມ ຊຶ່ງແຕ່ລະກຸ່ມໄດ້ນຳເອົາມູນເຊື້ອ, ວິຖີຊີວິດຂອງປະຊາຊົນ,ທ່າແຮງຕ່າງໆ ທີ່ມີຄວາມໝາຍ, ຄວາມສຳຄັນມາປະກອບເຂົ້າໃນຂະບວນແຫ່ເພື່ອສໍ່ສະແດງໃຫ້ມວນຊົນຮັບຮູ້.
ໂອກາດນີ້ທ່ານ ບຸນທັນ ໄຊຍະແສງ ຮັກສາການເຈົ້າເມືອງໂພນທອງ ໃຫ້ກຽດກ່າວເປີດງານບຸນປະເພນີກຸ້ມເຂົ້າໃຫ່ຍ ໄຫ້ວຫໍຫຼັກເມືອງ ປະຈຳປີ 2025 ຢ່າງເປັນທາງການ ເພື່ອເປັນການສືບສານຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງປະຊາຊົນບັນດາເຜົ່າຊາວເມືອງໂພນທອງ.
ໃນພິທີອັນມີຄວາມໝາຍສໍາຄັນທາງຮີດຄອງປະເພນີນີ້ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ບຸນທັນ ໄຊຍະແສງ ຮັກສາການເຈົ້າເມືອງໆໂພນທອງໄດ້ໃຫ້ກຽດຂຶ້ນຕີກອງເພື່ອເປັນສີລິມຸງຄຸນແກ່ການເປີດງານຢ່າງເປັນທາງການ ແລະ ມີບັນຍາກາດຄຶກຄື້ນມ່ວນຊື່ນຕາມປະເພນີອັນດີງາມ.
ຂ່າວ-ພາບ: ຈັນທະວີສັກ