ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 18 ມັງ ກອນ 2023 ນີ້ ຄະນະກໍາມະການຈັດງານບຸນນະມັດສະການພະທາດມາຫລ້າ ບ້ານນາຄອງ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງຂອງເມືອງ ຢູ່ວັດທາດມາຫລ້າ, ໂດຍການເຂົ້າຮ່ວມຂອງ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງໆທຸລະຄົມ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ນາງ ກອງແກ້ວ ຄໍາພັນ ຫົວໜ້າກຸ່ມບ້ານນາຄອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ກ່ຽວກັບການແຕ່ງຕັ້ງຄະນະກໍາມະການ ແລະ ອະນຸກໍາມະການແຕ່ລະດ້ານ ເພື່ອຮັບຜິດຊອບບຸນດັ່ງກ່າວປະຈໍາປີ 2023, ພ້ອມທັງສະຫລຸບ ຖອດຖອນບົດຮຽນການຈັດຕັ້ງງານບຸນທາດມາຫລ້າປີ 2022 ທີ່ຜ່ານມາ, ຍົກໃຫ້ເຫັນຈຸດດີ, ຈຸດຄົງຄ້າງ ທີ່ຕ້ອງປັບປຸງ ລວມທັງຂໍ້ສະເໜີຈໍານວນໜຶ່ງ ແນໃສ່ຮັບປະກັນໃຫ້ງານບຸນທີ່ຈະຈັດຂຶ້ນເທື່ອນີ້ ໄດ້ຮັບຜົນສໍາເລັດ, ຈາກນັ້ນ ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື ແລະກໍານົດເອົາວັນທີ 3, 4, 5 ມັງກອນ 2023 ເປັນມື້ຈັດງານບຸນທາດມາຫລ້າ ປະຈໍາປີ 2023.
ໂອກາດນີ້ ທ່ານ ກິຄໍາ ວົງໄຊ ໄດ້ມີຄໍາເຫັນຊີ້ນໍາໂດຍເນັ້ນໜັກໃຫ້ແຕ່ລະພາກສ່ວນ ເປັນຕົ້ນການກະກຽມສະຖານທີ່, ການອະນາໄມທໍາຄວາມສະອາດ, ປະດັບປະດາເອ້ຢ້ອງສະຖານທີ່ໃຫ້ຈົບງາມ, ສອດຄ່ອງກັບພຸດທະສາສະໜາ ນໍາເອົາເນື້ອໃນກອງປະຊຸມໄປເຜີຍແຜ່ເຊື່ອມຊຶມຢ່າງທົ່ວເຖິງ, ປຸກລະດົມທົົ່ວສັງຄົມໃຫ້ຮັບຮູ້, ເຂົ້າຮ່ວມ ແລະ ມີສ່ວນຮ່ວມ ໃຫ້ສົມກັບເປັນບຸນລະດັບເມືອງ, ເນື່ອງຈາກທາດມາຫລ້າ ເປັນພະທາດມິ່ງຂວັນ, ເປັນເອກະລັກ ແລະ ເປັນສູນລວມຈິດໃຈຂອງຊາວເມືອງມາແຕ່ດົນນານ ເຮັດໃຫ້ໄດ້ທັງຮູບການ ແລະ ເນື້ອໃນທີ່ກົມກຽວ, ພ້ອມທັງຮຽກຮ້ອງມາຍັງອະນຸກໍາມະການແຕ່ລະດ້ານ ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ, ສາມາດຮອງຮັບແຂກຄົນທີ່ມາຮ່ວມໃນງານຄັ້ງນີ້ ໃຫ້ໄດ້ຕາມຈຸດປະສົງ ລະດັບຄາດໝາຍ.
ການຈັດງານບຸນຄັ້ງນີ້ ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດ, ຂອງຊາວເມືອງທຸລະຄົມ ແຂວງວຽງຈັນ ທີ່ບັນພະບູລຸດ ກໍຄືປູ່ຍ່າຕາຍາຍ ເຄີຍສືບທອດມາຫລາຍປີ, ທັງເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມໃຫ້ຄົງຢູ່ຄູ່ບ້ານຄູ່ເມືອງອີກຕໍ່ໄປ ຕິດພັນກັບການໂຄສະນາ, ສົ່ງເສີມ, ກະຕຸ້ນການທ່ອງທ່ຽວ ແລະ ກະຈາຍລາຍໄດ້ສູ່ຊຸມຊົນ.
ພະທາດມາຫລ້າ ສ້າງຕັ້ງຂຶ້ນໃນປີ ຄສ 1590 ໂດຍກຸ່ມຄົນຊາວພວນ ສ້າງຂຶ້ນໃນໄລຍະດຽວກັບພະທາດຫລວງວຽງຈັນ .