ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານປະກວດນາງສັງຂານ ປະຈໍາປີ ພສ 2568.

Apr 11, 2025

ງານປະກວດນາງສັງຂານ ປະຈໍາປີ ພສ 2568.
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດນາງສັງຂານ ປະຈໍາປີ ພສ 2568 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນໃນຄໍ່າຄືນວັນທີ 9 ເມສາ 2025 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີການ​ນຳ​ເມືອງ, ຜູ້​ຊົງ​ຄຸນ​ວຸດ​ທິ, ກຳ​ມະ​ການ​ຕັດ​ສິນ, ບັນ​ດາ​ບໍ​ລິ​ສັດ​, ອົງ​ການ​ປົກ​ຄອງບ້ານ ແລະ ປະຊາຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ຫົວໜ້າ​ຄະນະ​ຮັບຜິດຊອບ​ຈັດ​ງານ ໄດ້ລາຍງານໃຫ້ຮູ້ວ່າ: ງານ​ປະ​ກວດນາງ​ສາວ​ງາມ (​ນາງສັງຂານ) ​ແມ່ນການ​ຄັດ​ເລືອກ​ເອົານາງສາວ​ງາມທີ່​ມີ​ຄວາມ​ເໝາະສົມ​ ທີ່ຈະ​ໄດ້ເປັນ​ຕົວ​ແທນ​ໃຫ້​ແກ່​ເມືອງ​ແກ່ນ​ທ້າວ​ ໃນ​ການ​ເປັນນາງ​ສັງຂານ ​ປະຈຳ​ປີ ພສ 2568 ​.
ການ​ປະ​ກວດ​ນາງ​ສາວ​ງາມ (ນາງ​ສັງຂານ) ​ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568 ​ໃນ​ປີ​ນີ້​ ມີນາງ​ສາວ​​ເຂົ້າ​ຮ່ວມການ​ປະ​ກວດ​ທັງ​ໝົດ 117ຄົນ. ຈາກນັ້ນ, ທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວໄດ້ກ່າວເປີດງານປະກວດນາງສັງຂານ ປະຈໍາປີ ພສ 2568 ຢ່າງເປັນທາງການ.
ຜ່ານການປະກວດຊະນະເລີດ ອັນດັບທີ 1 ໄດ້ແກ່ M2 ນາງ ສຸມິນຕາ ລັດຕະນະພອນ ຕົວແທນບ້ານທ້າວແກ່ນ ໄດ້ຮັບມົງກຸດ, ພ້ອມດ້ວຍສາຍສະພາຍ ແລະ ເງິນສົດ 6 ລ້ານກີບ, ຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ M8 ນາງ ນັດທິດາ ພົມໄທ ຕົວແທນບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 5 ລ້ານກີບ, ຮອງຊະນະເລີດ ອັນດັບທີ 3 ໄດ້ແກ່ M5 ນາງ ນ້ອງມາຍ ສິງຄໍາ ຕົວແທນບໍລິເວນຫ້ວຍເລິກ-ວັງປາ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 4 ລ້ານກີບ, ຮອງຊະນະເລີດ ອັນດັບທີ 4 ໄດ້ແກ່ M16 ນາງ ນໍ້າທິບ ທີລະຈັນ ຕົວແທນບ້ານເມືອງໝໍ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 3 ລ້ານກີບ, ຮອງຊະນະເລີດ ອັນດັບທີ 5 ໄດ້ແກ່ M1 ນາງ ສຸນິຕາ ສຸຂະພັນ ຕົວແທນບໍລິສັດ ສົມວັນຈະເລີນເປໂຕລ້ຽມ ເຈວລີ ຈໍາກັດ ໄດ້ຮັບສາຍສະພາບ ພ້ອມດ້ວຍເງິນສົດ 2 ລ້ານກີບ, ຮອງຊະນະເລີດ ອັນດັບທີ 6 ໄດ້ແກ່ M15 ນາງ ນິເດຍ ຄໍາອ່ອນ ຕົວແທນບໍລິເວນບ້ານໜອງ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 2 ລ້ານກີບ ແລະ ຮອງຊະນະເລີດ ອັນດັບທີ 7 ໄດ້ແກ່ M13 ນາງ ໂມນາ ແກ້ວປະສົງ ຕົວແທນບໍລິເວນປາກແຄມ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 2 ລ້ານກີບ. ນອກຈາກນັ້ນ, ຍັງມີລາງວັນນາງສາວຜິວງາມ, ນາງສາວມິດຕະພາບ, ນາງສາວບຸກຄະລິກກະພາບດີ, ນາງສາວຮູບຮ່າງງາມ, ນາງສາວຂວັນໃຈແມ່ນາງງາມ ແລະ ລາງວັນນາງງາມຂວັນໃຈມວນຊົນ ຕື່ມອີກ.
ຂ່າວ: ແກ່ນທ້າວ.
ພາບ: ຄໍາຜາຍ ສຸລິຍະວົງ.