ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເດືອນມີນາ ປີ 2016, 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຮ່ວມກັນສ້າງກົນໄກການຮ່ວມມືແມ່ນໍ້າລ້ານຊ້າງ- ແມ່ນໍ້າຂອງພາຍໃຕ້ສາມເສົາຄໍ້າໃຫຍ່ ເຊັ່ນ: ຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ, ວັດທະນະທໍາ ແລະ ສັງຄົມ, ຊຶ່ງໄດ້ກາຍເປັນກົນໄກການຮ່ວມມືໃນອະນຸ
ພາກພື້ນແບບໃໝ່ຄັ້ງທຳອິດ ທີ່ມີການຮ່ວມກັນປຶກສາຫາລື, ຮ່ວມກັນສ້າງ ແລະ ຮ່ວມກັນແບ່ງປັນ ຂອງ 6 ປະເທດ.
ວັນທີ 20 – 26 ມີນາ 2023, ພໍດີກົງກັບ “ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ຄັ້ງທີ 6 ແລະ ເປັນປີຄົບຮອບ 7 ປີຂອງການລິເລີ່ມກົນໄກການຮ່ວມມືລ້ານຊ້າງ-ແມ່ນໍ້າແມ່ນໍ້າຂອງ.
ເພື່ອເປັນການເຜີຍແຜ່ການປະກອບສ່ວນໃນການພັດທະນາພາກພື້ນ ແບບສີຂຽວຂອງ 6 ປະເທດ ແລະ ຜົນສຳເລັດອັນຈົບງາມ ຂອງກົນໄກຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄປຍັງພາຍໃນ ແລະ ຕ່າງປະເທດຢ່າງທົ່ວເຖິງ, ນັບແຕ່ວັນທີ 23 ມີນາ ເປັນຕົ້ນໄປ, ຈະເປີດສາກງານປະກວດຮູບຖ່າຍ ແລະ ວີດີໂອສັ້ນ ພາຍ ໃຕ້ຫົວຂໍ້ “ໂລກສີຂຽວແມ່ນໍ້າລ້ານຊ້າງ- ແມ່ນໍ້າຂອງ, ຈຸດປະກາຍແຫ່ງຄວາມໄຝ່ຝັນ” ຊຶ່ງສະໜັບສະໜູນໂດຍສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ແລະ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC), ກິດຈະກຳດັ່ງກ່າວຈະດຳເນີນຮອດວັນທີ 31 ພຶດ
ສະພາ 2023, ຊຶ່ງການແຂ່ງຂັນຈະເນັ້ນເລື່ອງລາວທີ່ມີຄວາມໂດດເດັ່ນ, ໂດຍຜ່ານຜົນງານພາບຖ່າຍ ແລະ ວິດີໂອສັ້ນ ທີ່ສັງລວມມາຈາກສັງຄົມຕົວຈິງ ແລະ ມີເນື້ອຫາກົງກັບຫົວຂໍ້.
– ໜຶ່ງ, ຫົວຂໍ້ການແຂ່ງຂັນ
“ໂລກສີຂຽວແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຈຸດປະກາຍແຫ່ງຄວາມໄຝ່ຝັນ”
– ສອງ, ເວລາຂອງການປະກວດ
ໄລຍະສັງລວມຜົນງານ: ວັນທີ 23 ມີນາ ຫາ-ວັນທີ 30 ເມສາ ປີ 2023 (ອີງຕາມມື້ທີ່ສົ່ງຜົນງານ)
ເວລາເປີດເຜີຍການປະກາດຜົນລາງວັນ: ເດືອນພຶດສະພາ ປີ 2023
– ສາມ, ເນື້ອໃນ
1) ສະທ້ອນໃຫ້ເຫັນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໃນໄລຍະ 7 ປີ, ພາບພົດໃໝ່ຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນຫຼາຍຂົງເຂດເຊັ່ນ: ການພັດທະນາໂລກສີຂຽວ, ການບົບລະບະສິ່ງແວດລ້ອມ ແລະ ການປ່ອຍອາຍກາກບອນຕໍ່າ, ລວມທັງຜົນສຳເລັດທີ່ບັນລຸໄດ້ຂາກກົນໄກການຮ່ວມມືແມ່
ນໍ້າລ້ານຊ້າງ-ແມ່ນໍ້າຂອງ;
2) ສະແດງໃຫ້ເຫັນພະລັງຊາວໜຸ່ມໃນການປະກອບສ່ວນເຂົ້າໃນການຮ່ວມມືແມ່ນໍ້າແມ່ນໍ້າລ້ານຊ້າງ-ຂອງຂອງ
ຊາວໜຸ່ມໃນບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ການດຳລົງຊີວິດທີ່ດີງາມຂອງປະຊາຊົນໃນບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.
3) ສະແດງໃຫ້ເຫັນກຳລັງທາງພະ ລັງງານໄຟຟ້າຂອງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນທີ່ປະກອບສ່ວນເຂົ້າໃນການພັດທະນາໂລກສີຂຽວແບບ “ເຊື່ອມໂຍງເຊື່ອມຈອດດ້ານຮາດເເວ”, “ເຊື່ອມໂຍງເຊື່ອມຈອດດ້ານຊອບແວ” ແລະ “ການເຊື່ອມໂຍງດ້ານຈິດໃຈໃຈ” ພາຍໃນພາກພື້ນ. ຊຶ່ງເນື້ອໃນຂອງຜົນງານບໍ່ຈຳກັດພຽງແຕ່ສະພາບການດຳເນີນໂຄງການຕ່າງໆ, ການແລກປ່ຽນທາງດ້ານວັດທະນະທໍາ ແລະ ການຝຶກອົບຮົມດ້ານພະລັງງານ ຂອງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນໃນບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເທົ່ານັ້ນ, ແຕ່ຍັງລວມເຖິງສະພາບ ການດຳລົງຊີວິດຕົວຈິງຂອງນັກສຶກສາຕ່າງປະເທດສາຂາໄຟຟ້າ ທີ່ກຳລັງສຶກສາຢູ່ແຂວງຢຸນນານ ສປ ຈີນ.
– ສີ່, ກະຕິກາໃນການສົ່ງຜົນງານ
1) ຜົນງານທີ່ສົ່ງເຂົ້າຮ່ວມແຂ່ງຂັນຕ້ອງເປັນຜົນງານຕົ້ນສະບັບທີ່ຖ່າຍທຳຂຶ້ນຕາມຫົວຂໍ້ຂອງງານປະກວດ,ທັງຍັງຕ້ອງຮັກສາຂໍ້ມູນເດີມຂອງຜົນງານໄວ້ໃຫ້ດີ, ບໍ່ດັ່ງນັ້ນ, ກໍຖືວ່າຜົນງານຈະບໍ່ຖືກຕາມມາດຖານ.
2)ຜົນງານຮູບຖ່າຍທີ່ສົ່ງເຂົ້າແຂ່ງຂັນບໍ່ຈຳກັດ ຮູບແບບ, ສະໄຕ, ໝວດໝູ່, ຮູບຂາວດຳ ຫຼື ຮູບສີ, ລວມທັງ
ພາບດ່ຽວ ແລະ ພາບລວມໝູ່ ກໍໄດ້ (ພາບລວມໝູ່, ແຕ່ລະໜ່ວຍບໍ່ໃຫ້ເກີນ 4 ໃບ). ແຕ່ຕ້ອງສົ່ງຮູບພາບຕົ້ນ
ສະບັບແບບເອເລັກໂຕຣນິກ, ບໍ່ໃຫ້ແຕ່ງເຕີມເພີ່ມ ຫຼື ປັບລົບເນື້ອຫາຂອງຮູບພາບຕົ້ນສະບັບເດັດຂາດ, ຜົນ
ງານສົ່ງເຂົ້າແຂ່ງຂັນແບບເອເລັກໂຕຣນິກແຕ່ລະພາບ ຕ້ອງມີຂະໜາດບໍ່ຕໍ່າກວ່າ 5MB ແລະ ປະເພດຂອງ
ເອກະສານຕ້ອງແມ່ນຮູບແບບ JPEG.
3)ຜູ້ທີ່ສົ່ງຜົນງານວິດີໂອເຂົ້າແຂ່ງຂັນ, ສາມາດນຳໃຊ້ວິທີການທີ່ມີສີສັນໂດດເດັ່ນໄດ້ຫຼາຍຮູບແບບ ເຊັ່ນ: ການ
ສໍາພາດບຸກຄົນ, ວິດີໂອໂຄສະນາ, ຮູບເງົາສັ້ນ, ການສໍາພາດຕາມທ້ອງຖະໜົນ, ສາລະຄະດີ, vlogs ທີ່ສ້າງສັນ, ພາບແຕ້ມດ້ວຍມື, ກະຕູນ CGI ແລະອື່ນໆ, ນຳໃຊ້ຮູບແບບ MOV ຫຼື MP4, ການຖ່າຍພາບໜ້າຈໍຕ້ອງເປັນແນວນອນ. ອັດ ຕາ ສ່ວນ ຫນ້າ ຈໍ ກວ້າງ : HD 16:9, ຄຸນນະພາບຂອງຮູບພາບທີ່ ຊັດ
ເຈນ, ຄວາມລະອຽດບໍ່ຕໍ່າກວ່າ 1280*720 , ບໍ່ ໃຫ້ມີການເພີ່ມລາຍນໍ້າໃດໆທັງສິ້ນ; ຄວາມຍາວຂອງວິດິໂອ
ບໍ່ເກີນ 5 ນາທີ; ພ້ອມທັງຕ້ອງໃສ່ຄຳບັນຍາຍເປັນພາສາຈີນ ຫຼື ພາສາອັງກິດ ແລະ ສົ່ງເນື້ອໃນບົດດັ່ງກ່າວ
ພ້ອມກັບວິດີໂອ.
4) ຜົນງານທັງໝົດຕ້ອງປະກອບດ້ວຍ: ຊື່ ແລະ ນາມສະກຸນຂອງຜູ້ສ້າງສັນຜົນງານ + ເບີໂທຕິດຕໍ່ + ຊື່
ຂອງຜົນງານ (ຊື່ແມ່ນກຳນົດເອງ). ພ້ອມທັງຕ້ອງສົ່ງບົດແນະນຳຫຍໍ້ເປັນພາສາຈີນ ຫຼື ພາສາອັງກິດ ເພື່ອສະ
ດວກໃນການກວດສອບ.
ຫ້າ, ສິ່ງທີ່ຄວນຮູ້ໃນການສົ່ງບົດປະກວດ
1) ບົດທີ່ສົ່ງປະກວດຕ້ອງໄປຕາມທາງບວກ ແລະ ສອດຄ່ອງກັບຫົວຂໍ້, ບໍ່ໃຫ້ມີເນື້ອຫາທີ່ຜິດຂັດກັບລະບຽບ
ກົດໝາຍ, ແນວທາງນະໂຍບາຍຂອງລັດ ແລະ ສາສະໜາຂອງປະຊາຊົນ. ສົ່ງເສີມໃຫ້ຜົນງານພາບຖ່າຍ ແລະ ວິດີໂອມີເອກະລັກພິເສດ, ມີຄວາມເປັນຕົວຕົນທີ່ຊັດເຈນ ແລະ ເຕັມໄປດ້ວຍແນວຄິດສ້າງສັນ.
2) ຄວາມຮັບຜິດຊອບທາງດ້ານກົດໝາຍຂອງຜົນງານທີ່ສົ່ງເຂົ້າແຂ່ງຂັນເຊັ່ນ: ສິດທິດ້ານຮູບພາບ, ສິດທິດ້ານ
ຊື່ສຽງ ແລະ ສິດທິໃນການສ້າງສັນຜົນງານ ແມ່ນຄວາມຮັບຜິດຊອບຂອງເຈົ້າຂອງຜົນງານ, ຜູ້ຮັບຜິດຊອບ
ຈັດງານດັ່ງກ່າວຈະບໍ່ມີຄວາມຮັບຜິດຊອບໃດໆ. ຖ້າຜົນງານທີ່ສົ່ງເຂົ້າແຂ່ງຂັນຖືກຄົ້ນພົບວ່າມີການຄັດລອກ,ລະເມີດສິດ ຫຼື ຖືກອ້າງສິດຈາກບຸກຄົນທີ່ສາມ, ຝ່າຍຈັດງານມີສິດຖອນສິດການເຂົ້າແຂ່ງຂັນໄດ້ທຸກເວລາ.
3) ງານປະກວດດັ່ງກ່າວບໍ່ໄດ້ມີຄ່າໃຊ້ຈ່າຍໃດໆ, ຜົນງານທີ່ສົ່ງປະກວດຫຼັງຈາກຜ່ານການຕັດສິນຈາກຄະນະກຳມະການ ແລະ ມອບລາງວັນແລ້ວ, ຝ່າຍຈັດງານມີສິດນຳໃຊ້ຜົນງານດັ່ງກ່າວນີ້ຕະຫຼອດໄປ ໂດຍບໍ່ມີຄ່າ
ຕອບແທນຄືນຫຼັງ.
4) ການຕີຄວາມຂໍ້ກຳນົດຕ່າງໆຂັ້ນສຸດທ້າຍຂອງງານປະກວດແມ່ນເປັນຂອງຄະນະກຳມະການ. ເມື່ອໄດ້ສົ່ງ
ຜົນງານມາແລ້ວ, ສະແດງວ່າຜູ້ສ້າງສັນເຫັນດີຕາມກະຕິກາຂອງການແຂ່ງຂັນດັ່ງກ່າວ.
ຫົກ, ການຕັ້ງລາງວັນ
ເງິນລາງວັນໄດ້ແບ່ງປະເພດຮູບຖ່າຍ ແລະ ວິດີໂອສັ້ນດັ່ງລຸ່ມນີ້:
ລາງວັນທີ 1 ໜຶ່ງລາງວັນ, ເງິນລາງວັນ 3000 ຢວນ ພ້ອມໃບກຽດຕິຄຸນ;
ລາງວັນທີ 2 ສາມລາງວັນ, ເງິນລາງວັນ 1500 ຢວນ ພ້ອມໃບກຽດຕິຄຸນ;
ລາງວັນທີ 3 ຫ້າລາງວັນ, ເງິນລາງວັນ 500 ຢວນ ພ້ອມໃບກຽດຕິຄຸນ;
ລາງວັນຊົມເຊີຍ 10 ລາງວັນ, ພ້ອມໃບກຽດຕິຄຸນ;
ເຈັດ, ວິທີສົ່ງບົດ
ຊ່ອງທາງອີເມວ: ນຳເອົາຜົນງານທີ່ກ່ຽວຂອງສົ່ງໄປຫາອີເມວຂອງສູນການສື່ສານສາກົນພາກພື້ນອາຊີໃຕ້ -ອາ
ຊີຕາເວັນອອກສ່ຽງໃຕ້ ທີ່: lslmdlmx@163.com。
ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້
ວັນທີ 23 ມີນາ 2023
May be an image of text