ວັນທີ 17 ມັງກອນ 2025, ທີ່ນະຄອນຫລວງວຽງຈັນ, ອະດີດນັກຮຽນນາຍທະຫານ, ກອງທັບປະຊາຊົນລາວທີ່ຮຽນຈົບຈາກ ສສ ຫວຽດນາມ ໄດ້ຈັດງານພົບປະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໂດຍມີ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ, ສະຫາຍ ພົນໂທ ເລ ກວາງ ມິ່ງ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນຫວຽດນາມ ພ້ອມດ້ວຍອະດີດນັກຮຽນນາຍທະຫານ ກອງທັບປະຊາຊົນລາວທີ່ຮຽນຈົບຈາກ ສສ ຫວຽດນາມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ພົນໂທ ເລ ກວາງ ມິ່ງ ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບປະຊາຊົນຫວຽດນາມ ທີ່ໄດ້ສະລະເວລາ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງປີນີ້ ສປປ ລາວ ໄດ້ເປັນເຈົ້າພາບຈັດງານພົບປະນັກສຶກສາ ທະຫານລາວ ທີ່ເຄີຍຮຽນຢູ່ ສສ ຫວຽດນາມ, ພ້ອມທັງສະແດງຄວາມ ຂອບໃຈຢ່າງຈິງໃຈ ມາຍັງການນຳກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສ້າງໂອກາດໃຫ້ນາຍທະຫານ, ນັກສຶກສາທະຫານລາວ ທີ່ໄປຮຽນຢູ່ຫວຽດນາມ ໄດ້ພົບປະ ແລະ ສະແດງຄວາມຮັກແພງຕໍ່ນາຍທະ ຫານ, ຜູ້ບັນຊາການ, ຄູອາຈານ, ໂຮງຮຽນກອງທັບຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ 80 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ແລະ 76 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ອວຍພອນໃຫ້ກອງທັບປະ ຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ນັບມື້ນັບໝັ້ນຄົງ, ເຂັ້ມແຂງ ແລະ ການພົວພັນລະຫວ່າງສອງກອງທັບ ໃຫ້ນັບມື້ນັບໝັ້ນຄົງກວ່າເກົ່າ.
ໂອກາດດຽວກັນ, ສະຫາຍ ພົນໂທ ເລ ກວາງ ມິ່ງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ກໍ່ສ້າງ ແລະ ບຳລຸງສ້າງ. ບັນ ດາໂຮງຮຽນ, ໂຮງຮຽນກອງທັບປະຊາຊົນຫວຽດນາມ ມີຄວາມພາກພູມໃຈທີ່ພັກ, ລັດ ແລະກອງ ທັບປະຊາຊົນລາວມີຄວາມໄວ້ເນື້ອເຊື່ອໃຈ ໄດ້ສົ່ງພະນັກງານ, ນັກຮົບທີ່ເກັ່ງກ້າສາມາດໄປບໍາລຸງສ້າງ, ຝຶກແອບ ຖ່າຍຖອດຄວາມຮູ້ມາພັດທະນາກົມກອງຂອງຕົນ ແລະ ໃນຕໍ່ຫໜ້າຈະສືບຕໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຊື່ອໝັ້ນວ່າບັນດານັກສຶກສາລາວ ທີ່ຮຽນຈົບມາແມ່ນປັດໄຈສຳຄັນ ໃນການປະກອບສ່ວນກໍ່ສ້າງກອງທັບປະຊາຊົນປະຕິວັດລາວ ໃຫ້ມີລະບຽບວິໄນ, ມີຄວາມເຂັ້ມແຂງ, ປະຕິບັດພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຢ່າງສຳເລັດຜົນ, ເປັນຂົວຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.
ຂ່າວ: ໄພນາລິນ





