ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານມະຫະກຳໜັງສື ພາຍໃຕ້ຫົວຂໍ້ “ການອ່ານເພື່ອການພັດທະນາ”

Mar 12, 2025

ສໍານັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ໃນວັນທີ 12-16 ມີນາ 2025 ຢູ່ສະໂມສອນໃຫຍ່ ມຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້ “ການອ່ານເພື່ອການພັດທະນາ” ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະນະທໍາການອ່ານ ຂອງ ສປປ ລາວ ໂດຍມີຮອງອະທິການບໍດີ ມຊ, ບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປື້ມ, ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສົມໄໝ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໄດ້ກ່າວວ່າ: ງານມະຫະກຳໜັງສືຄັ້ງນີ້, ມີຫລາຍກິດຈະກຳສະທ້ອນໃຫ້ເຫັນເຖິງການພັດທະນາຂອງປະເທດເຮົາ ຕະຫລອດໄລຍະ 5 ທົດສະວັດທີ່ຜ່ານມາ, ທັງສະແດງໃຫ້ເຫັນເຖິງປະຫວັດສາດການພັດທະນາດ້ານການສຶກສາ, ການພິມ ແລະ ການເຜີຍແຜ່ວັດທະນະທຳການອ່ານໃນ ສປປ ລາວ, ທັງເປັນເວທີສໍາຄັນ ໃນການສະແດງໃຫ້ເຫັນເຖິງຄວາມກ້າວໜ້າຂອງ ສປປ ລາວ ໃນດ້ານການສຶກສາ ແລະ ວັດທະນະທຳ ຕະຫລອດ 50 ປີທີ່ຜ່ານມາ, ທັງເປັນການວາງເປົ້າໝາຍ ສໍາລັບການພັດທະນາໃນອະນາຄົດ, ພາຍໃນງານ ຍັງມີການວາງສະແດງປື້ມປະຫວັດສາດສໍາຄັນຂອງຊາດ, ການເສວະນາກ່ຽວກັບບົດບາດຂອງການອ່ານ ໃນການພັດທະນາປະເທດ ແລະ ການສະແດງສິລະປະ-ວັດທະນະທຳ ທີ່ສະທ້ອນໃຫ້ເຫັນມູນເຊື້ອອັນດີງາມຂອງຊາດລາວ. ນອກນັ້ນ, ຍັງມີການຈັດວາງສະແດງປື້ມທີ່ໄດ້ຮັບລາງວັນ ແລະ ມີຄວາມສໍາຄັນໃນແຕ່ລະຊ່ວງເວລາ ຂອງການພັດທະນາປະເທດ.
ມະຫະກຳໜັງສືຄັ້ງນີ້, ບໍ່ພຽງແຕ່ເປັນການສະຫລອງ ວັນຊາດ ຄົບຮອບ 50 ປີ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້ຕະຫລອດຊີວິດ, ທັງເປັນການສົ່ງເສີມໃຫ້ ປະຊາຊົນລາວ ຫັນມາອ່ານຫລາຍຂຶ້ນ, ສອດຄ່ອງກັບແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ຮອດປີ 2025. ງານດັ່ງກ່າວ, ເປີດໃຫ້ປະຊາຊົນທົ່ວໄປ ເຂົ້າຊົມໂດຍບໍ່ເສຍຄ່າ ເລີ່ມເປີດ ເວລາ 9:00-17:00 ໂມງ.
ຂ່າວ-ພາບ: ທະນູທອງ