ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານມະຫະກໍາການທ່ອງທ່ຽວອາຊຽນ 2025 ເປີດຂຶ້ນຢ່າງເປັນທາງການ

Jan 20, 2025

ງານມະຫະກໍາການທ່ອງທ່ຽວອາຊຽນ 2025 (ASEAN Tourism Forum 2025) ຫຼື ATF ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອວັນທີ 18 ມັງກອນ ຜ່ານມາ ທີ່ລັດຈໍຮໍ ບາຣູ ປະເທດມາເລເຊຍ, ໂດຍມີ ທ່ານ YAB Dato’Sri Haji Fadillah Bin Haji Yusof ຮອງນາຍົກລັດຖະມົນຕີ ປະເທດມາເລເຊຍ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ສປປ ລາວ; ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ, ພ້ອມດ້ວຍລັດຖະມົນຕີທ່ອງທ່ຽວຈາກ ຕີມໍແລັດສະເຕ ແລະ ຜູ້ແທນຈາກບັນດາປະເທດອາຊຽນ ຄະນະຜູ້ແທນຈາກພາກລັດ, ອົງການຈັດຕັ້ງສາກົນ, ນັກທຸລະກິດການທ່ອງທ່ຽວຈາກບັນດາປະເທດອາຊຽນເຂົ້າຮ່ວມ.
ໃນພິທີ, ທ່ານຮອງນາຍົກລັດຖະມົນ ມາເລເຊຍ ໄດ້ກ່າວວ່າ: ງານມະຫະກໍາການທ່ອງທ່ຽວອາຊຽນ 2025 (ATF) ຈັດຂຶ້ນພາຍໃຕ້ຫົວຂໍ້: ຄວາມສາມັກຄີໃນການເຄື່ອນໄຫວ ສ້າງອະນາຄົດການທ່ອງທ່ຽວຂອງອາຊຽນ (UNITY IN MOTION: SHAPING ASEAN’s TOURISM TOMORROW) ຊຶ່ງປີນີ້ ລັດຖະບານມາເລເຊຍໄດ້ຮັບກຽດເປັນເຈົ້າພາບ ງານດັ່ງກ່າວແມ່ນດຳເນີນມາແຕ່ວັນທີ 15-20 ມັງກອນ 2025 ງານຄັ້ງນີ້ ຈັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວໃນບັນດາປະເທດອາຊຽນໃນຖານະເປັນຈຸດໝາຍປາຍທາງການທ່ອງທ່ຽວຮ່ວມກັນເປັນໜຶ່ງດຽວ, ໂດຍມີເປົ້າໝາຍເພື່ອພັດທະນາອຸດສາຫະກຳການທ່ອງທ່ຽວຂອງອາຊຽນໃຫ້ມີຄວາມຍືນຍົງ ແລະ ໃນນາມທີ່ປະເທດມາເລເຊຍໄດ້ເປັນປະທານອາຊຽນ ຢືນຢັນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວອາຊຽນໃຫ້ມີຄວາມຍືນຍົງ ຊຶ່ງປະເທດມາເລເຊຍໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນ ໃນການສົ່ງເສີມການທ່ອງທ່ຽວ ທາງດ້ານອະນຸລັດວັດທະນະທຳ, ການຮັກສາສິ່ງແວດລ້ອມດ້ວຍການຫຼຸດຜ່ອນກາກບອນໃນອຸດສາຫະກຳການບິນ, ພະລັງງານໝູນວຽນ ແລະ ການພັດທະນາການທ່ອງທ່ຽວທີ່ເປັນວັດທະນະທຳເຊັ່ນ: ການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວລະບົບນິເວດ ແລະ ການທ່ອງທ່ຽວດ້ານອະນຸລັກ, ໂຄງການເຫຼົ່ານີ້ມີເປົ້າໝາຍເພື່ອໃຫ້ຊຸມຊົນໃນທ້ອງຖິ່ນໄດ້ຮັບຜົນປະໂຫຍດ ພ້ອມທັງຮັກສາຄວາມເປັນເອກະລັກທາງດ້ານວັດທະນະທຳ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ງານ Asean Tourism Forum 2025 ນອກຈາກເປັນການຮ່ວມແລກປ່ຽນ ປຶກສາຫາລືໃນຂະແໜງການທ່ອງທ່ຽວອາຊຽນແລ້ວ ຍັງເປັນການຮ່ວມມືຂອງບັນດາປະເທດອາ
ຊຽນຮ່ວມກັນ ເພື່ອສ້າງເສດຖະກິດຈາກການທ່ອງທ່ຽວທີ່ແຂງແກ່ນ ຊຶ່ງສ້າງປະໂຫຍດຕໍ່ທຸກຝ່າຍຕັ້ງແຕ່ທ້ອງຖິ່ນໄປຈົນເຖິງທຸລະກິດຂະໜາດນ້ອຍ, ເພື່ອຮ່ວມກັນສ້າງລະບົບນິເວດການທ່ອງທ່ຽວທີ່ຍືນຍົງໃນໄລຍະຍາວ ແລະ ໃນໂອກາດດັ່ງກ່າວກໍໄດ້ມີພິທີເປີດປີທ່ອງທ່ຽວຂອງລັດຈໍຮໍ 2026 ອີກດ້ວຍ.
ຂ່າວ-ພາບ: ຍຸພິນທອງ