ວັນທີ 5 ມັງກອນ 2025, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການຊ້ອມເທື່ອທຳອິດຂອງ “ງານລາຕີບຸນກຸດຈີນ2025”. ໃນບັນຍາກາດ “ມ່ວນຊື່ນ ແລະ ສິລິມຸງຄຸນ” ແລະ ພາຍໃຕ້ເຫົວຂໍ້ “ສົມຫວັງທຸກປະການ, ເຕີບໃຫຍ່ຢ່າງບໍ່ມີວັນສິ້ນສຸດ”, ງານລາຕີວາດພາບປະເທດຈີນທີ່ສວຍງາມ, ຄວາມອົບອຸ່ນ ແລະ ຄວາມສຸກຂອງປະຊາຊົນ ດ້ວຍຮູບການສິລະປະ ແລະ ວິທີການສະແດງແບບປະດິດສ້າງຫຼາຍຢ່າງ.






